ພາຍໃນປີນີ້ ລາວ ຈະໄດ້ຮັບວັກຊິນຕື່ມອີກ 2.434.580 ໂດສ

0
1757

ໃນໂອກາດຖະແຫຼງຂ່າວຕໍ່ສື່ມວນຊົນ ທີ່ກະຊວງສາທາລະນະສຸກ, ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ : ວັກຊີນທີ່ນຳເຂົ້າມາໃຊ້ ຢູ່ລາວປະຈຸບັນມີ 5 ຊະນິດ ປະກອບມີ ຊີໂນຟາມ, ອັດສະຕາຊີນີກາ, ສະປູກນິກ, ຟາຍເຊີ, ຈອນສັນ ແອນຈອນສັນ ລວມທັງໝົດ 5,567,490ໂດສ.

ເຊິ່ງວັກຊິນດັ່ງກ່າວ ໄດ້ແຈກຈ່າຍໄປໃຫ້ແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກຸ່ມປະຊາກອນທີ່ມີອາຍຸ ແຕ່ 18 ປີ ຂື້ນໄປ ມາຮອດປະຈຸບັນ ສັກເຂັມທີ 1 ໄດ້ 2,788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະເຂັມທີ 2 ສັກໄດ້ 1,907,657 ໂດສ ກວມເອົາ 26% ຂອງປະຊາກອນ.

ໃນນັ້ນແຂວງທີ່ກາຍ 50% ຂຶ້ນໄປແລ້ວ ມີນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ ສ່ວນແຂວງອື່ນໆ ກໍສະເລ່ຍຢູ່ໃນ 38% ຂອງເຂັມທີ 1.

ສະນັ້ນປະຈຸບັນ ຢູ່ໃນແຕ່ລະແຂວງ ກໍພວມເລັງໃສ່ການສັກເຂັມທີສອງ ຂອງຊີໂນຟາມ ແລະ ອັດສະຕາຊີນິກາ ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຮິບຮ້ອນເຂົ້າໄປບໍລິການເພື່ອສ້າງພູມຕ້ານທານໃຫ້ຕົນເອງ.ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຍັງແຈ້ງໃຫ້ນັກຮຽນ ທີ່ຮຽນຈົບ ມ ປາຍ ປີນີ້ ທີ່ມີອາຍຸ 17 ປີ ຈົ່ງໄປສັກວັກຊີນກັນພະຍາດໂຄວິດ-19 ເພື່ອຄວາມສະດວກໃນການເດີນທາງ ແລະເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລ, ພ້ອມນັ້ນແມ່ຍິງຖືພາ ທີ່ມີອາຍຸຂອງການຕັ້ງຄັນ 12 ອາທິດຂື້ນໄປກໍສາມາດສັກໄດ້ ເພາະກອງປະຊຸມທາງດ້ານວິຊາການຂອງອົງການອະນາໄມໂລກ ປະຈຳລາວ ແລະ ຄະນະກຳມະການແຫ່ງຊາດ ທາງດ້ານວິຊາການກ່ຽວກັບການສ້າງພູມຄຸ້ມກັນ NITAC ໄດ້ຄົ້ນຄົ້ວ ແລະເຫັນດີເປັນເອກະພາບ ແລະຍັງບໍ່ອະນຸຍາດໃຫ້ມີການສັກເຂັມທີ 3 ຊຶ່ງເອີ້ນວ່າ ບຸດສະເຕີ. ເຫດຜົນກໍຍ້ອນຍັງບໍ່ມີການວິໄຈທີ່ມາອ້າງອີງໄດ້ເທື່ອ ແລະວັກຊິນຢູ່ປະເທດເຮົາກໍຍັງມີຢູ່ໃນຂອບເຂດຈຳກັດ ສະນັ້ນຂໍໃຫ້ທຸກຄົນໄດ້ເຂົ້າເຖິງຢ່າງທົ່ວເຖິງກ່ອນ.

ສະເພາະໄຕມາດທີ 4 ປີ ນີ້ ສປປ ລາວ ຈະໄດ້ຮັບວັກຊີນຕື່ມອີກ 2.434.580 ໂດສ ໃນນັ້ນຈະໄດ້ຮັບຈາກລັດຖະບານ ສປຈີນ, ອົດສະຕາລີ, ກາແດງຈີນ ແລະການລະດົມທືນຈັດຊື້ຈາກພາກສ່ວນເອກະຊົນ. ຍ້ອນວ່າໃນທ້າຍປີນີ້ ທາງລັດຖະບານມີແຜນຈະເປີດເສັ້ນທາງລົດໄຟຄວາມໄວສູງ ຈາກຈີນສູ່ລາວ -ລາວສູ່ຈີນ ສະນັ້ນ, ມາດຕະການສັກວັກຊີນຄົບ 2ເຂັມຈະເປັນເງື່ອນໄຂໜຶ່ງທີ່ຈະຕ້ອງໄດ້ມີການກວດສອບ ຄືກັນກັບການເດີນທາງຢູ່ພາຍໃນປະເທດຂອງເຮົາ ສະນັ້ນບັນດາທ່ານກໍຈະຕ້ອງກຽມພ້ອມໃຫ້ໄດ້ສັກວັກຊີນໃຫ້ຄົບ 2ເຂັມເຊັ່ນດຽວກັນ.

ຂໍ້ມູນ: Lao National Radio

LEAVE A REPLY

Please enter your comment!
Please enter your name here