ແຂວງວຽງຈັນໃຫ້ຢຸດຊົ່ວຄາວ ບໍ່ໃຫ້ພາກສ່ວນຕ່າງໆມາເຄື່ອນໄຫວວຽກງານຕ່າງໆຢູ່ພາຍໃນແຂວງ

0
3794

ວັນທີ 20 ກັນຍາ 2021 ນີ້, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ແຂວງວຽງຈັນ ອອກແຈ້ງການເພີ່ມເຕີມ ເລື່ອງການເພີ່ມທະວີມາດຕະການປ້ອງກັນ ເພື່ອສະກັດກັ້ນການແຜ່ລະບາດຂອງໂຄວິດ-19 ຢູ່ແຂວງວຽງຈັນ ໃນປັດຈຸບັນ ໂດຍສະເພາະແມ່ນ ຢຸດເຊົາຊົ່ວຄາວການອອກອະນຸ ຍາດໃຫ້ບັນດາກະຊວງ, ອົງການພາກລັດ, ອົງການຈັດຕັ້ງສາກົນ, ເອກະຊົນ ແລະ ບຸກ ຄົນ ຈາກນະຄອນຫລວງວຽງຈັນ(ນວ) ທີ່ມີຈຸດປະສົງຈະເດີນທາງມາຈັດກອງປະຊຸມ ແລະ ເຄື່ອນໄຫວວຽກງານຢູ່ແຂວງວຽງຈັນ ເວັ້ນເສຍແຕ່ພາກສ່ວນ ແລະ ບຸກຄົນທີ່ໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ຄະນະສະເພາະກິດນະຄອນຫລວງວຽງຈັນ ແມ່ນຈະພິຈາລະນາເປັນແຕ່ລະກໍລະນີ.

ສໍາລັບພາກສ່ວນ ຫລື ບຸກຄົນ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດແຂວງແລ້ວ ແຕ່ບໍ່ທັນໄດ້ຈັດແມ່ນເຫັນດີໃຫໂຈະໄວ້ກ່ອນ ຈົນກວ່າຈະມີແຈ້ງການສະບັບໃໝ່; ພາກສ່ວນ ຫລື ບຸກຄົນທີ່ໄດ້ຈັດຕັ້ງແລ້ວ ແຕ່ບໍ່ທັນສໍາເລັດນັ້ນ ສະເໜີໃຫ້ຈັດຕັ້ງສໍາເລັດໂດຍໄວ.

ພ້ອມນີ້ ໃຫ້ຢຸດເຊົາຊົ່ວຄາວການອອກອະນຸຍາດໃຫ້ບຸກຄົນທັງພາກລັດ, ເອກະຊົນ ແລະ ປະຊາຊົນ ເດີນທາງໄປນະຄອນຫລວງວຽງຈັນ ແລະ ແຂວງທີ່ມີການລະບາດໃນຊຸມຊົນ ຈົນກວ່າຈະມີແຈ້ງການສະບັບໃໝ່. ກໍລະນີມີຄວາມຈຳເປັນ ສະເໜີໃຫ້ຄະນະສະເພາະກິດແຂວງ ປະສານສົມທົບກັບຄະນະສະເພາະກິດນະຄອນຫລວງ ຖ້າໄດ້ຮັບອະ ນຸຍາດແລ້ວ ຈຶ່ງຈັດຕັ້ງປະຕິບັດ;

ໃຫ້ຄະນະສະເພາະກິດເມືອງ ຊີ້ນຳອົງການປົກຄອງບ້ານ ເປັນເຈົ້າການຕິດຕາມ, ກວດກາການເຂົ້າ-ອອກບ້ານ, ການເດີນທາງຂອງຍາດພີ່ນ້ອງມາຢ້ຽມຢາມ, ການກັບມາຂອງນັກຮຽນ-ນັກສຶກສາ ທີ່ມາຈາກນະຄອນຫລວງ ຫລື ເຂດທີ່ມີຄວາມສ່ຽງ ລາຍງານໃຫ້ຄະນະສະເພາະກິດຊາບ ເພື່ອມີວິທີ່ການແກ້ໄຂ ແລະ ປ້ອງກັນໃຫ້ທັນເວລາ;

ຫ້າມບຸກຄົນ ແລະ ພາຫະນະໂດຍສານຈາກແຂວງທີ່ມີການລະບາດຂອງພະຍາດໂຄວິດ-19 ເດີນທາງເຂົ້າມາແຂວງວຽງຈັນ ເວັ້ນເສຍແຕ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຈາກແຂວງດັ່ງກ່າວ ແຕ່ຕ້ອງໄດ້ຈຳກັດບໍລິເວນ ເປັນເວລາ 14 ວັນ ແລະ ປະຕິບັດມາດຕະການອື່ນໆ ຢ່າງເຂັ້ມງວດ.

ໃຫ້ກຳລັງ ປກຊ-ປກສ ສົມທົບກັບ ຄະນະສະເພາະກິດເມືອງ ເພີ່ມທະວີຄວາມເອົາໃຈໃສ່ໃນການຕິດຕາມ, ກວດກາ, ລາດຕາເວນ ຕາມສະຖານທີ່, ຮ້ານບໍລິການຕ່າງໆໃນຄວາມຮັບຜິດຊອບຂອງຕົນ ຫ້າມບໍ່ໃຫ້ມີການຕັ້ງກຸ່ມຊຸມແຊວກັນ, ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ, ຖ້າກວດພົບເຫັນມີການລະເມີດມາດຕະການທີ່ ຄະນະ ສະເພາະກິດວາງອອກ ໃຫ້ສຶກສາອົບຮົມ ແລະ ຢຸດເຊົາ, ກໍລະນີຍັງດື້ດ້ານສືບຕໍ່ລະເມີດ ຕ້ອງຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ ເຊັ່ນ: ບຸກຄົນທີ່ລະເມີດ ໃຫ້ປັບໄໝຜູ້ລະ 500.000 ກີບ, ເຈົ້າຂອງຮ້ານ ຫລື ນິຕິບຸກຄົນ 3.000.000 ກີບ.

ກໍລະນີຍັງມີຄວາມດື້ດ້ານກໍສາມາດພິຈາລະນາໃຫ້ປິດກິດຈະການ ແລະ ຖອນໃບອະນຸຍາດດຳເນີນທຸລະກິດ ໂດຍສະເພາະກໍລະນີມີການຕິດເຊື້ອ ແລະ ມີການລະບາດຂອງພະຍາດ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ພ້ອມທັງຖືກດໍາເນີນຄະດີຕາມກົດໝາຍ; ໃຫ້ປິດການຮຽນ-ການສອນ ທັງພາກລັດ ແລະ ໂຮງຮຽນເອກະຊົນທຸກຊັ້ນຮຽນ ລວມທັງການສຶກສາກ່ອນໄວຮຽນ ໃນທົ່ວແຂວງວຽງຈັນ ຈົນເຖິງວັນທີ 30 ກັນຍາ 2021.

LEAVE A REPLY

Please enter your comment!
Please enter your name here