ຂ່າວລືທີ່ວ່າທະນາຄານຖືກໂຈນປຸ້ນ ຈົນແວ່ນແຕກ ບໍ່ແມ່ນຄວາມຈິງເດີ້

0
10752

ຫຼາຍເພດໃນສື່ອອນລາຍໄດ້ແຊ ແລະ ໂພສ ໃນວັນທີ 23/9/2021 ກ່ຽວກັບທະນາຄານພົງສະຫັວນ ສາຂາທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖືກໂຈນປຸ້ນ ແລະ ທຸບແວ່ນ ຂອງທະນາຄານດັ່ງກ່າວ ຂໍໃຫ້ເຈົ້າໜ້າທີ່ຈັບຜູ້ກໍ່ເຫດມາລົງໂທດໂດຍໄວ.

ປກສ ໄດ້ລົງກວດກາເຫັນວ່າ: ກ່ອນແວ່ນຈະຢຸບ ແລະ ແກ້ວຈະແຕກ ໄດ້ມີສຽງແຕກດັງຂຶ້ນ ກ່ອນປະມານ 45 ນາທີ ແລ້ວແວ່ນຈິ່ງຢຸບລົງຕາມຄຳໃຫ້ການຂອງປະກັນໄພ ທີ່ຍາມໃນທະນາຄານພົງສະຫັວນ ຫຼັງຈາກນັ້ນ ປກສ ໄດ້ໄປກວດຕາມກ້ອງວົງຈອນປິດຕ່າງໆ ເຫັນວ່າ: ແວ່ນແມ່ນຢຸບລົງເອງ ແລະ ບໍ່ມີຄົນຮ້າຍມາປຸ້ນ (ສຳລັບຄລິບເຫດການດັ່ງກ່າວແມ່ນບໍ່ມີມູນຄວາມຈິງແຕ່ປະການໃດ).

ທ້າຍນີ້ຂໍຝາກເຕືອນທຸກໆ ຄົນທີ່ໃຊ້ສື່ສັງຄົມອອນລາຍ ໃຫ້ມີສະຕິໃນການເສບຂ່າວ ເພາະບັນຫານີ້ກໍ່ເປັນບັນຫາທີ່ຫຼໍ່ແຫຼມ ທຸກຄົນກໍ່ໄດ້ເອົາໃຈໃສ່ຈົດຈໍ່ຕິດຕາມຂ່າວ ຖ້າຜູ້ໃດຈະລົງຂ່າວ ຫຼື ແຊຂ່າວອັນໃດກໍ່ຂໍໃຫ້ມີຂໍ້ມູນຊັດເຈນ ແລະ ຄົບຖ້ວນ ໂດຍສະເພາະຂໍ້ມູນເຫຼົ່ານັ້ນຕ້ອງມາຈາກແຫຼ່ງຂ່າວທາງການເທົ່ານັ້ນ.

ຂໍ້ມູນ: Media Laos

LEAVE A REPLY

Please enter your comment!
Please enter your name here