ແຈ້ງເຕືອນ! ກຽມຮັບມືກັບໄພພິບັດທີ່ອາດຈະເກີດຂື້ນ ໃນວັນທີ 24-26 ກັນຍາ ນີ້

0
3228

ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ:

-ໃນວັນທີ 24-25 ກັນຍາ 2011 ນີ້, ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້: – ໄລຍະວັນທີ 23-25 ກັນຍາ 2011 ຈະມີຝົນຕົກຫນັກ ຫາ ຫນັກຫຼາຍ ແລະ ລົມພັດແຮງ ໃນບາງທ້ອງຖິ່ນ ຢູ່ເຂດ ພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ສາລະວັນ, ເຊກອງ ແລະ ສະຫວັນນະເຂດ ເຊິ່ງຈະເຮັດ ໃຫ້ເກີດມີ ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ;

-ໄລຍະວັນທີ 24-26 ກັນຍາ 2001 ຈະມີຝົນຕົກໃນລະດັບປານກາງ ຫາ ຫນັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເຫນືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ເຊິ່ງຈະເຮັດໃຫ້ເກີດມີ ນ້ໍາຖ້ວມກະທັນຫັນ, ນ້ໍາ ຖ້ວມສຸ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.

ສະນັ້ນ, ໃນນາມປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງແຈ້ງມາຍັງຄະນະກາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອກຽມພ້ອມຮັບມືດັ່ງນີ້: 

1. ໃຫ້ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ,ຜ່ານ ໂທລະພາບ,

ວິທະຍຸ ແລະ ສື່ອອນລາຍທາງການ ອື່ນໆ ພ້ອມທັງແຈ້ງໃຫ້ ອົງການປົກຄອງທ້ອງຖິ່ນຂອງຕົນ ກະກຽມຄວາມພ້ອມຮັບມື ແລະ ຕອບໂຕ້ສູກເສີນກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນລະຫວ່າງ ວັນທີ 24-26 ກັນຍາ 2001; 

2. ແຕ່ງຕັ້ງຄະນະລົງຕິດຕາມລະດັບນ້ໍາ ຕາມແຄມແມ່ນ້ໍາຕ່າງໆ ຢ່າງໃກ້ຊິດ, ມີສະຕິລະວັງຕົວຕໍ່ສະພາບເຫດການດິນເຈື່ອນ, ນໍ້າຖ້ວມຊູ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂື້ນ ພ້ອມທັງກຽມພ້ອມດ້ານພາຫະນະ, ອຸປະກອນ, ສະຖານທີ່ບ່ອນຫຼົບໄພຊົ່ວຄາວ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນຮັບຮອງໃນກໍ່ລະນີສຸກເສີນ; 

3. ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ກະກຽມທາງດ້ານກໍາລັງພົນ, ພາຫະນະ ແລະ ອຸປະກອນຕ່າງໆ ເພື່ອ

ກຽມພ້ອມໃຫ້ການກອບກູ້ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃນກໍລະນີມີເຫດການສຸກເສີນ ໃຫ້ທັນສະພາບການ; 

4. ປະກາດ, ແຈ້ງເຕືອນ ພໍ່ແມ່ປະຊາຊົນ ໃຫ້ຮັບຊາບຂໍ້ມູນຂ່າວສານ ແລະ ມີສະຕິລະວັງຕົວ, ກຽມພ້ອມຍົກຍ້າຍຜູ້ທີ່ມີຄວາມສ່ຽງ, ເກັບມ້ຽນສິ່ງຂອງທີ່ມີຄ່າ, ກຽມຍົກຍ້າຍສັດລ້ຽງ, ເພື່ອປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ ອາດເກີດຂຶ້ນໃຫ້ທັນເວລາ.

LEAVE A REPLY

Please enter your comment!
Please enter your name here