ປັບໃໝເດັດຂາດ! ຕໍ່ຜູ້ລະເມີດຊຸມແຊວເຫຼົ້າເບຍ

0
3458

ນຳໃຊ້ມາດຕະການປັບໃໝຢ່າງເດັດຂາດ ຕໍ່ຜູ້ທີ່ຍັງຊຸມແຊວເຫຼົ້າເບຍ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 17 ໂ ມງ 35 ນາທີ ວັນທີ 23ກັນຍາ 2021, ປກສ ກຸ່ມດົງໂດກ ແລະ ທະຫານເມືອງປະຈຳກຸ່ມດົງໂດກ ໄດ້ສົມທົບກັບການຈັດຕັ້ງບ້ານນາທົ່ມ ເມືອງໄຊທານີ ນວ ລົງກວດກາພົບເຫັນຊາວໜຸ່ມ ຈຳນວນ 6 ຄົນ ຕັ້ງວົງຊຸມແຊວເຫຼົ້າເບຍ ຢູ່ຫ້ອງແຖວເຂດບ້ານນາທົ່ມ ເຊິ່ງເປັນການລະເມີດຄຳສັ່ງເລກທີ 016/ຈນວ ຈຶ່ງໄດ້ເຊີນພວກກ່ຽວຂຶ້ນມາຫ້ອງການບ້ານເພື່ອສຶກສາອົບຮົມເຮັດບົດບັນທຶກ ພ້ອມນຳໃຊ້ມາດຕະການປັບໃໝເປັນເງິນ 1,200,000 ກີບ.

ການຕັ້ງວົງຊຸມແຊວເຫຼົ້າເບຍເປັນການລະເມີດຄຳສັ່ງເລກທີ 016/ຈນວ ແລະ ຍັງເປັນສາເຫດທີ່ພາໃຫ້ເກີດການແຜ່ລະບາດຂອງພະຍາດໂຄວ-19 ຂະຫຍາຍສູ່ວົງກວ້າງ.

ພ້ອມກັນນັ້ນ, ທາງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງສັງຄົມຖ້າພົບເຫັນການລະເມີດດັ່ງກ່າວແຈ້ງມາເບີວອບແອັບ ປກສ ນວ 020 28899774.

LEAVE A REPLY

Please enter your comment!
Please enter your name here