ແຈ້ງເຕືອນພາຍຸດີເປຼຊັນ ປະຈໍາວັນທີ ວັນທີ 24/09/2021

0
2394

ກົມອຸຕຸນິຍາມແຈ້ງ! ພາຍຸເຂດຮ້ອນ ດຽນມຸ ໄດ້ອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ, ປະຈຸບັນມີຈຸດສູນກາງຢູ່ເສັ້ນຂະຫນານທີ 16 ອົງສາເຫນືອ ແລະ ເສັ້ນແວງທີ 106 ອົງສາຕາເວັນອອກ, ວົງລັດສະຫມີຂອງພາຍຸຫົວນີ້ຈະກວມເອົາເຂດພາກເຫນືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນເຊັ່ນ:

ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ, ຄໍາມ່ວນ, ປາກຊັນ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ໄຊຍະບູລີ.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການ ປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງ ດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ໍາຖ້ວມຊູ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະ ເຮັດໃຫ້ມີຕົ້ນໄມ້ຫັກລົ້ມ, ເຮືອນຊານເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມນີ້ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມ ອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້.

LEAVE A REPLY

Please enter your comment!
Please enter your name here