ອີງຕາມການລາຍງານ ຂອງເພຈປ້ອງການຄວາມສະຫງົບໃຫ້ຮູ້ວ່າ: ປກສ ເມືອງຫາດຊາຍຟອງ ຈັບເປົ້າໝາຍຄ້າຂາຍຢາເສບຕິດ ໃນຂະນະລໍຖ້າສົ່ງຢາບ້າ ພ້ອມຂອງກາງ 20,000 ກວ່າເມັດ. ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າຕົ້ນເດືອນກັນຍາ 2021 ໄດ້ຮັບແຈ້ງວ່າ: ມີການເຄື່ອນໄຫວຄ້າຂາຍຢາບ້າ ຢູ່ເຂດບ້ານສາລະຄຳໃຕ້ ເມືອງຫາດຊາຍຟອງ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງຕິດຕາມແລ້ວພົບເຫັນວ່າມີມູນຄວາມຈິ່ງ ມາຮອດວັນທີ 17 ກັນຍາ 2021 ຈິ່ງເຂົ້າກັກຕົວ ທ້າວ ອຸດາສັກ ອາຍຸ 24 ປີ ກໍາມະກອນ ບ້ານອຸດົມຜົນ ເມືອງໄຊທານີ ນວ ພ້ອມ ຢາບ້າ ຈຳນວນ 12 ມັດ ຫຼື 24.000 ເມັດ ທີ່ຊຸກເຊື່ອງຢູ່ຫຼັງເບາະລົດໃຫຍ່ຍີ່ຫຍໍ້ຟໍຈູ້ນເນີ ໃນຂະນະທີ່ລໍຖ້າສົ່ງຢາບ້າ.
![](https://tholakhong.com/wp-content/uploads/2021/09/Screen-Shot-2021-09-28-at-08.09.37.png)
ຜ່ານການສອບສວນ ທ້າວ ອຸດາສັກ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 17 ກັນຍາ 2021 ໄດ້ມີໄວລຸ້ນເຂດບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ໂທລະສັບສັ່ງຊື້ຢາບ້ານຳຕົນ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ ຫຼັງຈາກຕົກລົງລາຄາແລ້ວ ນັດໝາຍສະຖານທີ່ສົ່ງຢາບ້າ ຕົນຈຶ່ງໄດ້ໂທຫາຊາຍຄົນໜື່ງ ອາຍຸປະມານ 40 ປີ ບໍ່ຮູ້ຊື່ ແລະ ທີ່ຢູ່ຖາວອນ ໃຫ້ເອົາຢາບ້າ ມາສົ່ງໃຫ້ຢູ່ເຂດບ້ານໃໝ່ ເມືອງສີໂຄດຕະບອງ ພໍຮອດເວລາປະມານ 15:30 ໂມງ ຂອງວັນດຽວກັນ ຊາຍຄົນດັ່ງກ່າວຈຶ່ງໄດ້ນໍາຢາບ້າມາສົ່ງ ຕາມການນັດໝາຍຢູ່ຈຸດນັດສົ່ງ, ຫຼັງຈາກໄດ້ຢາບ້າແລ້ວ ຈິ່ງໄດ້ຂັບຂີ່ລົດຟໍຈູນເນີ ສີຂາວ ເລກທະບຽນ ກພ 7435 ກຳແພງນະຄອນ ມາຈອດລໍຖ້າສົ່ງຢາບ້າໃຫ້ໄວລຸ້ນ ຢູ່ແຄມທາງ ເຂດບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ ນວ, ພໍຮອດເວລາປະມານ 16:00 ໂມງ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດຄົ້ນລົດ ພົບເຫັນຢາບ້າ ຈຳນວນ 12 ມັດ ເທົ່າກັບ 24.000 ເມັດ, ທີ່ຊຸກເຊື່ອງໄວ້ໃນເບາະລົດດ້ານຫຼັງ ມາດຳເນີນຄະດີ.
ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຫາດຊາຍຟອງ ພວມເລັ່ງສືບສວນ-ສອບສວນ ຂະຫຍາຍຜົນສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການມາ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.