9 ເດືອນ ເມືອງແກ່ນທ້າວ ສົ່ງສິນຄ້າອອກຕ່າງປະເທດ ມູນຄ່າ 25.000.000 ກວ່າໂດລາ

0
1955

ຕາມການລາຍງານຂອງຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 9 ເດືອນ ຂອງປີ 2021 ໄດ້ສົ່ງສິນຄ້າອອກໄປຕ່າງປະເທດ ມູນຄ່າ 25.000.000 ກວ່າໂດລາ ທຽບໃສ່ແຜນການປີ ປະຕິບັດໄດ້ 133,5%.

ໃນນີ້, ຫຼາຍກວ່າໝູ່ແມ່ນມັນຕົ້ນແຫ້ງ 199,850 ໂຕນ ມູນຄ່າ 21.983.500 ໂດລາ, ສາລີ 14.000 ກວ່າໂຕນ ມູນຄ່າ 1.688.400 ໂດລາ, ໝາກເດືອຍ 3.000 ໂຕນ ມູນຄ່າ 753.000 ກວ່າໂດລາ, ຖົ່ວດິນຝັກ 100 ກວ່າໂຕນ ມູນຄ່າ 34.000 ກວ່າໂດລາ, ຖົ່ວແດງ 800 ກວ່າໂຕນ ມູນຄ່າ 367.000 ກວ່າໂດລາ, ໝາກງາຂາວ 300 ກວ່າໂຕນ ມູນຄ່າ 228.000 ກວ່າໂດລາ, ຫຍ້າລູຊີ 9 ໂຕນ ມູນຄ່າ 9.000 ໂດລາ, ແກນສາລີ 1.700 ໂຕນ ມູນຄ່າ 17.000 ໂດລາ ແລະ ໝາກແຕງດອງ 140 ກວ່າໂຕນ 8.600 ກວ່າໂດລາ. ພ້ອມດຽວກັນນີ້, ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 43.499.000 ກວ່າໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,97 %.

ໃນນີ້, ສິນຄ້າທີ່ນໍາເຂົ້າຫຼາຍແມ່ນເຄື່ອງອຸປະໂພກ 3.924.000 ກວ່າໂຕນ ມູນຄ່າ 2.093.000 ກວ່າໂດລາ, ອຸປະກອນກໍ່ສ້າງ 5.980.000 ກວ່າໂຕນ ມູນຄ່າ 1.600.000 ກວ່າໂດລາ, ເຄື່ອງໄຟຟ້າ 1.800 ກວ່າໂຕນ ມູນຄ່າ 200.000 ກວ່ໂດລາ, ພາຫະນະ 10 ກວ່າໂຕນ ມູນຄ່າ 518.000 ໂດລາ, ພາຫະນະ ແລະ ອະໄລ່ 23.000 ກວ່າໂຕນ ມູນຄ່າ 189.000 ກວ່າໂດລາ ແລະ ນໍ້າມັນເຊື້ອໄຟ 77.300.000 ໂຕນ ມູນຄ່າ 38.800.000 ກວ່າໂດລາ.

LEAVE A REPLY

Please enter your comment!
Please enter your name here