ຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ລາຍງານວັນທີ 2 ຕຸລາ 2021

0
3811

ຈາກການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 2 ຕຸລາ 2021, ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມ 1 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

-ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບໍານານ , ບ້ານໂພນທັນເຫນືອ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ.

-ຜູ້ກ່ຽວບໍ່ໄດ້ສັກຢາວັກຊີນຜູ້ກ່ຽວມີພະຍາດປະຈໍາໂຕ: ແຂນຂາອ່ອນແຮງ ເພີ່ງຕົນເອງບໍ່ໄດ້ ມາເປັນ ເວລາ 02 ປີແລ້ວ.

– ເປັນຜູ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອພະຍາດໂຄວິດ (ເປັນເມຍຜູ້ກ່ຽວ) ອາຍຸ 72 ປີ, ບ້ານໂພນທັນ ເຫນືອ, ເມືອງໄຊເສດຖາ, ນະຄອນຫຼວງ, ອາຊີບ: ຜູ້ເຖົ້າ ປະຈຸບັນເມຍຜູ່ກ່ຽວປິ່ນປົວຢູ່ສູນ ມຊ ດົງໂດກ

– ວັນທີ 30 ກັນຍາ 2011: ມີອາການໄອ ແລະ ຫາຍໃຈຍາກ

-ວັນທີ 01 ຕຸລາ 2021: ມາໂຮງຫມໍ 103 ດ້ວຍອາການໄອ ແລະ ຫາຍຶດຮຸນແຮງ , ທີມແພດໄດ້ເກັບ ຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ໄດ້ໃຫ້ນອນເພື່ອຕິດຕາມອາການ ແລະ ລໍຖ້າຜົນກວດ , ຜົນກວດອອກມາແມ່ນພົບເຊື້ອພະຍາດໂຄວິດ-19 , ແພດຫມໍກໍເອົາໃຈໃສ່ຕິດຕາມອາການຢ່າງໃກ້ ຊີດ ແລະຊ່ວຍເຊີດຊູ ທຸກວິທີທາງເພື່ອກອບກູ້ຊີວິດຜູ້ກ່ຽວແຕ່ອາການກໍຮຸນແຮງ ແລະບໍ່ດີຂຶ້ນ ຈຶ່ງບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້ ຮອດ ເວລາ 19:20ໂມງ ຂອງມື້ດຽວກັນ.

LEAVE A REPLY

Please enter your comment!
Please enter your name here