ຂໍ້ຕົກລົງ ວ່າດ້ວຍການອານຸມັດ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ເເລະ ສັງຄົມສົງເຄາະ

0
2818

ຂໍ້ຕົກລົງ ວ່າດ້ວຍການອານຸມັດ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ເເລະ ສັງຄົມສົງເຄາະ ນະຄອນ ຫຼວງພະບາງ

– ອີງຕາມ ຫນັງສືສະເຫນີຂອງ ຫ້ອງການແຮງງານ ແລະ ຫວັດດີການສັງຄົມ ສະບັບເລກທີ 40/ຮສສ.ນຫຼຸບລົງວັນທີ

18 ມິຖຸນາ 2021. ອີງຕາມ ການຕົກລົງເຫັນດີ ໃນກອງປະຊຸມຄະນະປະຈໍາພັກນະຄອນ ຄັ້ງວັນທີ 21 ມິຖຸນາ 2021.

ຈົ້ານະຄອນ ຫຼວງພະບາງ ຕົກລົງ

ມາດຕາ 1: ເຫັນດີອານຸມັດໃຫ້ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ສ້າງຕັ້ງກອງທຶນ ການຄຸ້ມຄອງໄພພິບັດ ແລະ ສັງຄົມສົງເຄາະ ປະຈໍານະຄອນ ຫຼວງພະບາງ ເພື່ອແນ່ໃສ່ການແກ້ໄຂຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນສັງຄົມ.

ມາດຕາ 2: ມອບໃຫ້ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ນະຄອນ, ຫ້ອງການ-ການເງິນ ນະຄອນ, ກໍາລັງປະກອບອາວຸດ ປກຊ-ປກສ, ອົງການຈັດຕັ້ງບ້ານ ສົມທົບກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ພ້ອມກັນຈັດຕັ້ງປະຕິບັດ ໃນ. ການຈັດເກັບເງິນກອງທຶນ ລະອຽດດັ່ງນີ້:

1. ຄະນະປະຈໍາພັກນະຄອນ 50,000 ກີບ/ຄົນ/ປີ.

2. ຄະນະພັກ, ຫົວຫນ້າຫ້ອງການ40,000 ກີບ/ຄົນ/ປີ.

3. ຮອງຫົວຫນ້າຫ້ອງການ, ຮອງກອງບັນຊາການ 30,000 ກີບ/ຄົນ/ປີ.

4. ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ 20,000 ກີບ/ຄົນ/ປີ.

5. ປະຊາຊົນທົ່ວໄປ 10,000 ກີບ/ຄອບຄົວ/ປີ, ຍົກເວັ້ນຄອບຄົວທີ່ບໍ່ມີແຮງງານ (ທຸກຍາກ, ອານາຖາ).

ຮູບແບບ ແລະ ວິທີການເກັບເງິນກອງທຶນ:

1. ພະນັກງານ-ລັດຖະກອນ ມອບໃຫ້ຫ້ອງການ-ການເງິນນະຄອນ ຮັບຜິດຊອບການຈັດເກັບ.

2. ສະເພາະກາລັງປະກອບອາວຸດ ມອບໃຫ້ການເງິນຂອງ ປກຊ-ປກສ ເປັນຜູ້ຈັດເກັບ ແລ້ວສງ ເຫດງເ2)ຊາດປະຈໍາ ນະຄອນ ຫຼວງພະບາງ.

3. ສຳລັບປະຊາຊົນທົ່ວໄປ ມອບໃຫ້ການຈັດຕັ້ງບ້ານເປັນຜູ້ຈັດເກັບ ແລ້ວສົ່ງໃຫ້ຄັງເງິນແຫ່ງຊາດ ປະຈຳຫຼວງພະບາງ.

-ເລີ້ມຈັດຕັ້ງປະຕິບັດ ວັນທີ 01 ຕຸລາ ( 10 ) 2020 ເປັນຕົ້ນໄປ.

ມາດຕາ3: ຂໍ້ຕົກລົງສະບັບນີ້ ປ່ຽນແທນຂໍ້ຕົກລົງ ສະບັບເລກທີ່ 741 ຈນ.ຫຼບ, ລົງວັນທີ 28 ມິຖຸນາ 2021 ແລະ ມີຜົນ ສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

LEAVE A REPLY

Please enter your comment!
Please enter your name here