ດ່ວນ! ໂຮງໝໍຊຸມຊົນນ້ໍາບາກ ຈະໄດ້ປິດຊົ່ວຄາວ ແຕ່ວັນທີ 04 ຕຸລາ ນີ້ ເປັນຕົ້ນໄປ

0
1794

ເມືອງນ້ຳບາກ, ໂຮງໝໍຊຸມຊົນ ແຈ້ງການເຖິງອົງການພັກ-ລັດທຸກຂັ້ນ, ພະນັກງານ, ທະຫານຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກ ເລື່ອງ: ການປິດບໍລິການກວດ ແລະ ປິ່ນປົວ ພະຍາດຂອງໂຮງຫມໍຊູມຊົນນ້ໍາບາກ.

– ອີງໃສ່: ການກວດພົບເຊື້ອພະຍາດໂຄວິດ-19 ຂອງພະນັກງານໂຮງຫມໍຊູມຊົນນ້ໍາບາກ ຄັ້ງວັນທີ່ 2/10/2001

– ອີງໃສ່: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນເມືອງນ້ໍາບາກ ແລະ ເມືອງອ້ອມຂ້າງ

ເພື່ອປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດເມືອງນ້ໍາບາກພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິຕ-19 ຕອນເຊົ້າຂອງວັນທີ 04/10/2021, ຜູ້ອໍານວຍການໂຮງຫມໍຊຸມ ຊົນນ້ໍາບາກ ຂໍແຈ້ງການດ່ວນມາຍັງ ອົງການພັກ-ລັດທຸກຂັ້ນ, ພະນັກງານ, ທະຫານຕໍາຫຼວດ, ພໍ່ມົ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກທີ່ນັບຖື ຊາບທົ່ວເຖິງກັນວ່າ: 

1.ໂຮງຫມໍຊຸມຊົນນ້ໍາບາກ ຈະໄດ້ປິດການບໍລິການຊົ່ວຄາວ ນັບແຕ່ເວລາ 08:00 ຂອງວັນທີ 04/10/2021 ນີ້ ເປັນຕົ້ນໄປ ຈົນກ່ວາສະຖານະການການແຜ່ລະບາດພະຍາດໂຄວິດ 19 ພາຍໃນໂຮງຫມໍດີຂື້ນ ຈິ່ງຈະໄດ້ເປີດການບໍລີການຄືນ. 

2. ນັບຕັ້ງແຕ່ເວລາ 08:00 ຂອງວັນທີ 04/10/2021 ນີ້ເປັນຕົ້ນໄປ ໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກຜູ້ໃດ ຫາກມີອາການເຈັບເປັນ ແມ່ນໃຫ້ໄປໃຊ້ບໍລິການຢູ່ໂຮງຫມໍນ້ອຍ 7 ແຫ່ງໆ ທີ່ຢູ່ໄກ້ບ້ານທ່ານສາກ່ອນ. 

3. ແຈ້ງເຖິງພໍ່ແມ່ປະຊາຊົນຜູ້ທີ່ໄດ້ເຂົ້າມາຮັບບໍລິການກວດແລະປິ່ນປົວພະຍາດຢູ່ພາຍໃນໂຮງຫມໍຊູມຊົນນ້ໍາບາກ14 ມື້ຜ່ານມາ ໃຫ້ກັກບໍລິເວນຕົ້ນເອງຢ່າງເຂັ້ມງວດຕາມມາດຕະການການປ້ອງກັນ ແລະ ຄວບຄຸມການ ຕິດເຊື້ອທີ່ຂັ້ນເທິງວາງອອກ ແລະ ຕິດຕາມອາການຕົນເອງ ຖ້າມີອາການໄຂ້, ໄອ, ຫັນໃຈຍາກ, ດັງບໍ່ໄດ້ກິ່ນ,

ລີ້ນບໍ່ໄດ້ລົດຊາດ ໃຫ້ແຈ້ງເຖິງຄະນະສະເພາະກິດບ້ານ ຫຼື ເມືອງດ່ວນ. 

4. ໃຫ້ພະນັກງານແພດຫມໍພາຍໃນໂຮງຫມໍຊຸມຊົນນ້ໍາບາກ ມີລະບຽບວິໃນຕົນເອງໃນການກັກບໍລິເວນ ແລະ ແຍກ

ປ່ຽວ ຫ້າມອອກໄປສໍາພັດໄກ້ສິດກັບບຸກຄົນອື່ນພາຍນອກ ແລະ ພາຍໃນຄອບຄົວນັບແຕ່ເວລາ 09:00 ຂອງ ວັນທີ 04/10/2011 ນີ້ເປັນຕົ້ນໄປ ຈົນກ່ວາສະຖານະການການແຜ່ລະບາດພະຍາຕໂຕວິດ 19 ພາຍໃນໂຮງຫມໍ

ຈະດີຂື້ນ.

5. ພະນັກງານຜູ້ທີ່ຖືກຢັ້ງຢືນວ່າພົບເຊື້ອບວກ ຈະໄດ້ເຂົ້າສູນປິ່ນປົວຕາມທີ່ກໍານົດໄວ້ ແລະ ຜູ້ທີ່ໄດ້ໄກ້ສິດສໍາພັດ ຈະໄດ້ຖືກເກັບຕົວຢ່າງຫມົດທຸກຄົນ.

LEAVE A REPLY

Please enter your comment!
Please enter your name here