ເກີດເຫດຍົນຕົກໃສ່ອາຄານຢູ່ເມືອງມິລານ ປະເທດອີຕາລີ ບໍ່ມີຜູ້ລອດຊີວິດ

0
6956

ເກີດເຫດເຮືອບິນນ້ອຍຕົກໃສ່ອາຄານຮ້າງ ຢູ່ທີ່ເມືອງມິລານ ປະເທດອິດຕາລີ ເຮັດໃຫ້ຜູ້ໂດຍສານ 8 ຄົນ ເທິງເຮືອບິນເສຍຊີວິດທັງໝົດ ລວມທັງຄອບຄົວຂອງມະຫາເສດຖີຊາວໂຣມັນເນຍ.

ສໍານັກຂ່າວ BBC ລາຍງານວ່າ: ເຮືອບິນສ່ວນໂຕ ຊື່ລຸ້ນ Pilatus PC-12 ໄດ້ເດີນທາງອອກຈາກສະໜາມບິນ ລິນາເຕ ໃນເມືອງມິລານ ເມື່ອວັນທີ 3 ຕຸລາ 2021 ເພື່ອເດີນທາງໄປເກາະ ຊາດິເນຍ ແຕ່ເຮືອບິນລໍາດັ່ງກ່າວໄດ້ເກີດອຸບັດຕິເຫດຕົກລງມາ ຫຼັງຂຶ້ນບິນໄດ້ເວລາບໍ່ດົນ ໂດຍຜູ້ທີ່ເຫັນເຫດການເລົ່າວ່າ: ໄດ້ຍິນສຽງລະເບີດໃນຂະນະທີ່ເຮືອບິນຕົກໃສ່ຕຶກສູງ 2 ຊັ້ນ ຈົນເກີດເຫດໄຟໄໝ້ເກີດຂຶ້ນ.

ສື່ທ້ອງຖິ່ນຂອງອິດຕາລີລະບຸວ່າ ເຮືອບິນລໍານີ້ ມີໜຶ່ງໃນບຸກຄົນທີ່ລວຍທີ່ສຸດໃນໂຣມັນເນຍ ຊື່ວ່າ ແດນ ເປເຕຣສຄູ ອາຍຸ 68 ປີ ເຊິ່ງເປັນຄົນຂັບ ເຊິ່ງລາວໄດ້ເສຍຊີວິດໄປພ້ອມກັບເມຍ ແລະ ລູກຊາຍລວມທັງຄົນອື່ນໆ ລວມເປັນ 8 ສົບ.

LEAVE A REPLY

Please enter your comment!
Please enter your name here