ສປ ຈີນ ຈະຊ່ວຍເຫຼືອວັກຊີນໃຫ້ ສປປ ລາວ ຕື່ມອີກ!

0
2947

ສປ ຈີນ ຈະຊ່ວຍເຫຼືອວັກຊີນໃຫ້ ສປປ ລາວຕື່ມອີກໃນຈໍານວນຫຼາຍກວ່າຜ່ານມາ.

ຕາມການລາຍງານ ຂອງແຟນເພຈ CRI-FM93 ໃຫ້ຮູ້ວ່າ: ບໍ່ດົນນີ້, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ ໃຫ້ສໍາພາດການຮ່ວມມືໃນຂົງເຂດສາທາລະນະສຸກລະຫວ່າງລາວ-ຈີນ, ບາງຕອນທ່ານໄດ້ກ່າວວ່າ ສປ ຈີນຈະສະໜອງວັກຊີນປ້ອງກັນໂຄວິດ-19 ໃຫ້ ສປປ ລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ະສັກວັກຊີນໃຫ້ປະຊາກອນໃຫ້ໄດ້ 50% ພາຍໃນປີ 2021.

ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວ
ຮູບຈາກ: CRI-FM93

ທ່ານເອກອັກຄະລັດຖະທູດຈີນກ່າວວ່າ: ແຜນແມ່ບົດທີ່ໄດ້ກໍານົດວ່າສອງຝ່າຍຕ້ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການປ້ອງກັນ ແລະຄວບຄຸມພະຍາດຂ້າມຊາດຮ່ວມກັນ ເຊິ່ງມີຄວາມໝາຍສໍາຄັນຫຼາຍ ໂດຍສະເພາະພາຍໃຕ້ສະຖານະການຕ້ານໂຄວິດ-19 ໃນປັດຈຸບັນນີ້, ຝ່າຍຈີນຍິ່ງຕ້ອງເພີ່ມທະວີການຮ່ວມມືດ້ານການຕ້ານພະຍາດໂຄວິດ-19 ກັບຝ່າຍລາວ ແລະຈະມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ຝ່າຍລາວຕື່ມອີກ ໃນຈໍານວນທີ່ຫຼາຍກວ່າຍອດການຊ່ວຍເຫຼືອຜ່ານມາ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານລາວທີ່ວາງໄວ້ຄື 50% ຂອງປະຊາກອນທົ່ວປະເທດຕ້ອງໄດ້ຮັບການສັກວັກຊິນຕ້ານໂຄວິດ-19ພາຍໃນປີ 2021 ນີ້ ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ກັບການຮ່ວມມືທີ່ແທ້ຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ຂອງສອງປະເທດເຊັ່ນ ໂຄງການທາງລົດໄຟລາວ-ຈີນ ເຊິ່ງອັນນີ້ເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.

LEAVE A REPLY

Please enter your comment!
Please enter your name here