ສານອວຍ​ພອນ​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ

0
1702

ເນື່ອງ​ໃນ​ໂອ​ກາດສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸລາ ຄົບຮອບ 27 ປີພິທີ​ສະເຫຼີມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ຄົບຮອບ 27 ປີ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ຕຸລາ​ນີ້ ທີ່​ກະຊວງ​ສຶກສາ​ທິ​ການ ແລະ ກິລາ (ສສກ) ໃນ​ຮູບ​ແບບ​ທາງໄກ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ພຸດ ສິມ​ມາລາ​ວົງ ລັດຖະມົນຕີ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ພ້ອມ​ດ້ວຍ​ບັນດາຜູ້​ບໍລິຫານ​ການ​ສຶກສາ ແລະ ກິລາ, ຄູ – ອາຈານ, ນັກ​ຮຽນ​-​ນັກ​ສຶກສາເຂົ້າ​ຮ່ວມ.

ໃນ​ພິທີ ທ່ານ ລັດຖະມົນຕີ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ໄດ້​ອ່ານ​ສານ​ອວຍພອນ ເນື່ອງ​ໃນ​ວັນ​ຄູ​ແຫ່ງ​ຊາດ ວັນ​ທີ 7 ຕຸລາ ຄົບຮອບ 27 ປີ (ວັນ​ທີ 7 ຕຸລາ 1994 – ວັນ​ທີ 7 ຕຸລາ 2021).

ຮຽນ​ບັນດາ​ທ່ານ​ການ​ນໍາ​ພັກ​-​ລັດ ທີ່​ເຄົາລົບ ແລະ ນັບຖື​ຢ່າງ​ສູງ. ຜູ້​ບໍລິຫານ​ການ​ສຶກສາ ແລະ ກິລາ, ບັນດາ​ຄູ – ອາຈານ, ນັກ​ຮຽນ​-​ນັກ​ສຶກສາ ແລະ ພໍ່​ແມ່​ຜູ້​ປົກຄອງ ທົ່ວ​ປະເທດ ທີ່​ນັບຖື ແລະ ຮັກ​ແພງ.

ວັນ​ຄູ​ແຫ່ງ​ຊາດ​ວັນ​ທີ 7 ຕຸລາ ຊຶ່ງ​ເປັນ​ວັນ​ປະຫວັດສາດ​ທີ່​ສໍາ​ຄັນ​ໜຶ່ງ​ຂອງ​ຊາດ​ລາວ​ເຮົາ ໄດ້​ໝູນວຽນ​ມາ​ບັນຈົບ​ຄົບຮອບ 27 ປີ, ຂ້າພະເຈົ້າ ຂໍ​ຕາງໜ້າ​ໃຫ້​ຄະນະ​ພັກ, ຄະ​ນະ​ນໍາ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ ສະແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ, ຄວາມ​ສາມັກຄີ​ຮັກແພງ​ອັນ​ອົບ​ອຸ່ນ ມາ​ຍັງ​ເພື່ອນໆ​ຄູ – ອາຈານ​ທຸກ​ຊັ້ນ, ທຸກ​ສາຍ, ທຸກ​ລະດັບ ທຸກ​ຂົງເຂດ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ຕະຫຼອດ​ຮອດ​ຜູ້​ບໍລິຫານ​ການ​ສຶກສາ ວິທະຍາສາດ ແລະ ກິລາ ທຸກ​ຂັ້ນ. ການ​ສະເຫຼີມ​ຫຼອງ​ວັນ​ຄູ​ແຫ່ງ​ຊາດ​ຄົບຮອບ 27 ປີ ໃນ​ຮູບ​ແບບ​ທາງໄກ ໃນ​ທົ່ວ​ປະເທດ​ປີ​ນີ້, ກະຊວງ​ສຶກສາ​ທິ​ການ ແລະ ກິລາ ໄດ້​ຈັດ​ພິທີ​ຂຶ້ນ ໃນ​ໄລຍະ​ໃກ້​ຄຽງ​ກັນ​ການ​ສະເຫຼີມສະຫຼອງ​ວັນ​ຄູ​ສາກົນ ແມ່ນ​ໄດ້​ຖື​ເອົາ​ວັນທີ 5 ຕຸລາ ຂອງ​ທຸກ​ປີ​ເປັນ​ວັນ​ຄູ​ສາກົນ, ຫົວຂໍ້​ການ​ສະເຫຼີມສະຫຼອງ​ວັນ​ຄູ​ສາກົນ​ໃນ​ປີ​ນີ້​ແມ່ນ; “ຄູ​ຄື​ຫົວໃຈ​ຂອງ​ການ​ຟື້ນ​ຟູ​ການ​ສຶກສາ​ໃນ​ໄລຍະ​ການ​ແຜ່​ລະບາດ​ຂອງ​ໂຄ​ວິດ-19”.ສຳລັບ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ເວລາ​ໃດ​ກໍ​ໃຫ້​ຄວາມ​ສໍາ​ຄັນ ແລະ ເອົາໃຈໃສ່​ຕໍ່​ວຽກ​ງານ​ການ​ສຶກສາ​ຄູ ແລະ ຖື​ເອົາ​ຄູ​ສອນ​ເປັນ​ກົກ​ໃນ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ສຶກສາ ກໍ​ຄື​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ເພາະ​ຄູ​ມີ​ບົດ​ບາດ​ສໍາ​ຄັນ​ໃນ​ການ​ສ້າງ​ອະນາຄົດ​ໃຫ້​ຄົນ​ແຕ່​ລະ​ຮຸ່ນ ແລະ ໃນ​ພາລະກິດ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງ​ເຮືອງ.

ເມື່ອ​ເວົ້າ​ເຖິງ​ບົດບາດ​ຂອງ​ຄູ​ແລ້ວ ກໍ​ມີ​ການ​ນຳ​ພັກ​-​ລັດ, ນັກ​ສຶກສາ ແລະ ນັກ​ສັງຄົມ​ສາດຫຼາຍ​ທ່ານໄດ້​ຂະໜານ​ນາມ​ຄູ​ວ່າ: ຄູ​ແມ່ນ​ຄົນ​ຂອງ​ພັກ, ຄູ​ແມ່ນ​ວິສະວະກອນ​ແຫ່ງ​ດວງ​ວິນ​ຍານ, ຄູ​ແມ່ນ​ແມ່ພິມ​ຂອງ​ຊາດ, ຄູ​ແມ່ນ​ພໍ່​ແມ່​ຜູ້​ທີ່​ສອງ​ຂອງ​ເດັກ, ຄູ​ແມ່ນ​ຜູ້​ທີ່​ມີ​ຄວາມ​ຮູ້ ແລະ ປະສົບ​ການ ທີ່​ສາມາດ​ຖ່າຍ​ທອດ​ໃຫ້​ແກ່​ຜູ້​ອື່ນ, ຄູ​ຄື​ຜູ້​ນໍາ​ພາ​ການ​ປ່ຽນແປງ​ໃໝ່ ແລະ ອື່ນໆ.

ດັ່ງ​ຄຳ​ເວົ້າ​ຂອງ ປະທານ ໄກສອນ ພົມວິຫານ ທີ່​ວ່າ: “ການ​ສຶກສາ​ເປັນ​ວິທະຍາສາດ​ກ່ຽວ​ກັບ​ການ​ສ້າງ​ຄົນ, ວິທະຍາສາດ​ຊີ້​ໃຫ້​ເຫັນ​ວ່າ ບັນດາ​ຄວາມ​ຮູ້​ດ້ານ​ວິທະຍາສາດ, ເຕັກນິກ, ຄຸນສົມບັດ ແລະ ຊຳນິ​ຊຳນານ ໃນ​ການ​ອອກແຮງ​ງານ​ນັ້ນ ບໍ່ເກີດ​ຂຶ້ນ​ຕາມ​ເສັ້ນທາງ​ສືບ​ເຊື້ອ, ແຕ່​ຫາກ​ກໍ່​ຕົວ​ຂຶ້ນ​ຕາມ​ເສັ້ນທາງ​ສິດສອນ, ຮ່ຳຮຽນ ແລະ ນຳ​ໃຊ້​ອຸປະກອນ​ການ​ອອກແຮງ​ງານ ໝາຍວ່າ​ມັນ​ກໍ່​ຕົວ​ຂຶ້ນ​ຕາມ​ເສັ້ນທາງ​ການ​ສຶກສາ. ດັ່ງນັ້ນ​ການ​ສຶກສາ ຈຶ່ງ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ໂຄງ​ບົນ ຊຶ່ງ​ມີໜ້າ​ທີ່ ນຳ​ເອົາລະ​ດັບ​ການ​ສຶກສາ​ມາ​ໃຫ້​ທຸກ​ຄົນ​ໃນ​ສັງຄົມ ນັບ​ມື້​ນັບ​ສູງ​ຂຶ້ນ.

ສັງ​ລວມ​ແລ້ວ​ບໍ່​ວ່າ​ເວລາ​ໃດ, ຄູ​-​ອາຈານ ໄດ້​ເປັນ​ໝາກ​ຫົວໃຈ​ຕັດສິນ​ໃນ​ການ​ສ້າງ​ຊັບ​ພະຍາ ກອນ​ມະນຸດ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ຂອງ​ປະເທດ​ຊາດ. ຄູ​-​ອາຈານ ໄດ້​ອຸທິດ​ເຫື່ອແຮງ​ສະຕິປັນຍາ ດ້ວຍ​ຄວາມ​ພາກ​ພຽນ​ມານະ​ອົດທົນ ໃນ​ການ​ປະຕິບັດ​ໜ້າທີ່​ການ​ສອນ​ຂອງ​ຕົນ​ຢ່າງ​ບໍ່​ຮູ້​ອິດເມື່ອຍ, ເຮັດ​ໃຫ້ການ​ສຶກສາ​ໄດ້​ຂະຫຍາຍຕົວ​ຈາກ​ຕົວ​ເມືອງ ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກ ຫຼີກ, ຫຼຸດຜ່ອນ​ຊ່ອງ​ວ່າງ​ອັດຕາ​ການ​ຮູ້​ໜັງສື​ຂອງ​ປະຊາຊົນ​ບັນດາ​ເຜົ່າ.

ຄູ – ອາຈານ​ຫຼາຍ​ທ່ານ ໄດ້​ຮັບ​ການ​ສັນລະເສີນ​ເປັນ​ຄູ​ສອນ​ດີ – ສອນ​ເກັ່ງ, ກາຍເປັນ​ຄູ​ປະສົບ​ການ, ຄູ​ຊໍາ​ນານ​ງານ, ຄູ​ຊ່ຽວຊານ. ບົດ ບາດ​ກຽດ​ສັກ​ສີ​ຊື່​ສຽງ​ຂອງ​ຄູ​-​ອາຈານ ແມ່ນ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນຈາກ​ການຈັດຕັ້ງ ແລະ ສັງ​ຄົມ. ຕາງໜ້າ​ໃຫ້​ການ​ນໍາ​ກະຊວງ​ສຶກສາ​ທິ​ການ ແລະ ກິລາ, ຂ້າພະເຈົ້າ ຂໍ​ສະແດງ​ຄວາມ​ກະຕັນຍູ, ຮູ້​ບຸນ ຄຸນ ແລະ ຍ້ອງຍໍ​ສັນລະເສີນ​ຕໍ່​ຄຸນງາມຄວາມດີ​ຂອງ​ຄູ​-ອາ​ຈານ. ພ້ອມ​ກັນ​ນີ້ ຂໍ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ການ​ນຳ​ພັກ​-​ລັດ ແລະ ທຸກ​ພາກສ່ວນ​ໃນ​ທົ່ວ​ສັງຄົມ ທີ່​ໄດ້​ມີ​ສ່ວນ​ຮ່ວມ ແລະ ໃຫ້ການ​ຊ່ວຍເຫຼືອ​ອຸ້ມ​ຊູ ຄູ – ອາຈານ ທີ່​ກໍາ​ລັງ​ປະຕິບັດ​ໜ້າທີ່​ການ​ສິດສອນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ໂດຍ​ສະເພາະ​ໃນ​ເຂດ​ທີ່​ກຳລັງ​ມີ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ພວກ​ເຮົາ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເຮັດ​ທຸກ​ວິທີ​ທາງ​ເພື່ອ​ເອົາ​ຊະນະ​ກັບ​ພະຍາດ​ດັ່ງ​ກ່າວ. ເພື່ອ​ສ້າງ​ໂອກາດ​ໃຫ້​ລູກ​ຮັກ​-​ຫຼານ​ແພງ ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ໄດ້​ມີ​ໂອກາດ​ກັບ​ຄືນ​ມາ​ສຶກສາ​ຮໍ່າ​ຮຽນ ແລະ ດຳລົງ​ຊີວິດ​ຕາມ​ປົກກະຕິ​ແບບ​ໃໝ່.

ເຖິງ​ແມ່ນ​ວ່າ ຄູ​-​ອາຈານ ໄດ້​ມີ​ຜົນສຳ ເລັດ​ຫຼາຍ​ດ້ານໃນ​ໄລຍະ​ຜ່ານ​ມາ, ແຕ່​ພວກ​ເຮົາ​ກໍ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ ແລະ ທົດ​ສອບ​ຫຼາຍ​ຢ່າງ ເປັນຕົ້ນແມ່ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ຄູ​-ອາຈານ​ຈຳນວນ​ໜຶ່ງ ມີ​ການ​ເຊື່ອມ​ທາດ​ທາງ​ດ້ານ​ຈັນ​ຍາ​ບັນ​-​ຈັນຍາທຳ, ຂາດ​ການ​ຄົ້ນຄວ້າ ສິດສອນ​ແຕ່​ແນວ​ເກົ່າ ບໍ່​ຄົ້ນ​ຄິດ​ປະດິດ​ສ້າງ, ຈຳນວນ​ໜຶ່ງພົວພັນ​ກັບ​ສິ່ງ​ທີ່​ຜິດ​ກັບ​ຫຼັກການ​ຂອງ​ສັງຄົມ, ຫຼິ້ນ​ກິນ​ຟຸ່ມ​ເຟືອຍ ແລະ ພົວພັນ​ກັບ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ໃນ​ສັງ​ຄົມ.

ຍ້ອນ​ແນວ​ນີ້, ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ບຸກ​ທະລຸ ແລະ ເລັ່ງ​ທວງ​ເອົາ​ກຽດ​ສັກ​ສີ ແລະ ຄຸນງາມຄວາມດີ​ຂອງ​ບັນ​ພະ​ບູ​ລຸດ ຄູ​ປະຕິວັດ​ອາວຸໂສ ທີ່​ໄດ້​ຝາກ​ໄວ້ ມາ​ຍັງ​ຄູ​ຮຸ່ນ​ປັດຈຸບັນ ແລະ ຮຸ່ນ​ສືບ​ທອດ ຈົ່ງ​ໄດ້​ເພີ່ມ​ທະວີ​ສ້າງ​ຕົນ​ໃຫ້​ຄົບ​ອົງ​ປະກອບ​ຂອງ​ຈັນ​ຍາ​ບັນ​ຄູ​ລາວ​ຄື: ມີ​ຈັນ​ຍາ​ບັນ​ຕໍ່​ຕົນ​ເອງ, ຕໍ່​ວິຊາ​ຊີບ, ຕໍ່​ການຈັດຕັ້ງ ແລະ ຕໍ່​ປະຊາ​ຊົນ​-​ສັງ​ຄົມ. ຄູ​-ອາຈານ​ທຸກ​ຄົນ ຕ້ອງ​ພ້ອມ​ກັນ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຊື່ສັດ​ບໍລິສຸດ, ມີ​ຄວາມ​ໂປ່​ງ​ໃສ, ມີ​ວິໄນ​ຕົວ​ເອງ, ບໍ່​ກ່ຽວຂ້ອງ​ກັບ​ສິ່ງ​ເສບ​ຕິດ ແລະ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ.

ປະຕິບັດ​ການ​ສອນ​ຕາມ​ການ​ມອບ ​ໝາຍ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ສິດສອນ​ດ້ວຍ​ຄວາມ​ເປັນ​ທຳ, ດຸໝັ່ນ​ຄົ້ນ​ຄວ້າ​-​ສຶກສາ​ຮໍ່າ​ຮຽນ ແລະ ພັດທະນາ​ນະ​ວັດຕະ​ກຳ ເພື່ອ​ຮັບ​ໃຊ້​ວິຊາ​ຊີບ​ຂອງ​ຕົນ, ມີ​ຄວາມ​ສາມັກຄີ, ເອື້ອເຟື້ອ​ເຜື່ອ​ແຜ່​ເພື່ອນ​ຮ່ວມ​ງານ ແລະ ຜູ້​ຮຽນ. ເຄົາລົບ ແລະ ມີ​ສະຕິ​ຕໍ່​ການຈັດຕັ້ງ, ປະຕິບັດ​ຕາມ​ພາລະ​ບົດບາດ, ມີ​ຫົວຄິດ​ປະດິດ​ສ້າງ​ພັດທະນາ​ການຈັດຕັ້ງ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ເປັນ​ໝູ່​ຄະນະ, ປະຕິບັດ​ໂມງ​ເວລາ​ເຂັ້ມ​ງວດ, ປົກ​ປັກ​ຮັກສາ​ຊັບ​ສົມບັດ​ລວມ​ໝູ່ ແລະ ບໍ່​ສວຍ​ໃຊ້​ໜ້າທີ່​ເພື່ອ​ຫາ​ຜົນ​ປະໂຫຍດ​ສ່ວນ​ຕົວ. ຈິງ​ໃຈ​ບໍລິການ​ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມ​ເຕັມ​ໃຈ, ມີ​ຄວາມ​ດຸໝັ່ນ​ເປັນ​ແບບຢ່າງ​ໃນ​ການ​ປະພຶດ​ທີ່​ດີ​ໃຫ້​ແກ່​ສັງຄົມ, ມີ​ນໍ້າ​ໃຈ​ເສຍສະຫຼະ ແລະ ຮັກສາ​ກຽດ​ສັກ​ສີ​ຂອງ​ຄູ​ລາວ.ສຳລັບ​ການ​ສະເຫຼີມສະຫຼອງ ວັນ​ຄູ​ແຫ່ງ​ຊາດ​ປີ​ນີ້ ຢູ່​ສະ​ຖາ​ບັນ​ການ​ສຶກສາ ຂໍ​ໃຫ້​ຈັດ​ແບບ​ກະທັດ​ຮັດ, ເນັ້ນ​ເນື້ອ​ໃນ, ຈັດ​ປາຖະກະຖາ​ປະຫວັດ​ວັນ​ຄູ, ສະຫຼຸບ​ຕີ​ລາຄາ​ການ​ປະຕິບັດ​ງານ​ຂອງ​ຄູ​-​ອາຈານ ໃນ​ໜຶ່ງ​ປີຜ່ານມາ, ເພື່ອ​ພ້ອມ​ກັນ​ປັບປຸງ​ຈັນ​ຍາ​ບັນ​ຄູ​ລາວ ໃຫ້​ມີ​ຄວາມ​ພ້ອມ​ຮອບດ້ານ, ສະເໜີ​ຍ້ອງຍໍ ຄູ​-​ອາຈານ ທີ່​ມີ​ຜົນງານ​ດີເດັ່ນ ແລະ ອື່ນໆ ໂດຍ​ປະຕິບັດ​ຕາມ​ມາດ​ຕະການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ເຂັ້ມ​ງວດ.

ໃນ​ໂອກາດ​ນີ້, ຂ້າພະເຈົ້າ​ຂໍ​ສົ່ງ​ກຳລັງ​ໃຈ​ມາ​ຍັງ​ຄູ​-​ອາຈານ ແລະ ຜູ້​ບໍລິຫານ​ການ​ສຶກສາ​-​ກິລາ ທຸກ​ທ່ານ ຈົ່ງ​ພ້ອມ​ກັນ​ຜ່ານ​ຜ່າ ສະພາບ​ການ​ລະບາດ​ຂອງ​ໂຄ​ວິດ-19 ໃນ​ຄັ້ງ​ນີ້ ດ້ວຍ​ນໍ້າ​ໃຈ​ບຸກ​ທະລຸ​ອັນ​ສູງ​ສົ່ງ. ສຸດ​ທ້າຍ​ນີ້, ຂ້າພະເຈົ້າ ຂໍ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ບັນດາ​ທ່ານ​ຜູ້ນຳ​ພັກ​-​ລັດ, ເພື່ອນໆ​ຄູ – ອາຈານ​ສອນ, ຜູ້​ບໍລິຫານ​ການ​ສຶກສາ, ຜູ້​ປະກອບ​ການ​ການ​ສຶກສາ, ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາເຜົ່າ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ພະລາ​ນາ​ໄມ​ສົມບູນ, ມີ​ຄວາມສຸກ​ຄວາມ​ຈະເລີນ ແລະ ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ. ນໍ້າ​ໃຈ​ວັນ​ຄູ​ແຫ່ງ​ຊາດ 7 ຕຸລາ ໝັ້ນຍືນ !

ຂໍ້ມູນ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here