9 ເດືອນ ອຸດົມໄຊ ຍາດແຍ່ງການລົງທຶນໄດ້ 54 ໂຄງການ ມູນຄ່າ 5 ຮ້ອຍກວ່າຕື້ກີບ

0
1027

9 ເດືອນຜ່ານມາ ແຂວງອຸດົມໄຊ ສາມາດຍາດແຍ່ງການລົງທຶນໄດ້ 54 ໂຄງການ ມູນຄ່າການລົງທຶນ 5 ຮ້ອຍກວ່າຕື້ກີບ

ຕະຫລອດໄລຍະ 9 ເດືອນຜ່ານມາ ແຂວງອຸດົມໄຊ ເວົ້າລວມ,ເວົ້າສະເພາະ ພະແນກແຜນການແລະການລົງທຶນ ໄດ້ເອົາໃຈໃສ່ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ສົ່ງເສີມແລະຄຸ້ມຄອງການລົງທຶນ ໂດຍສະເພາະແມ່ນ ການລົງທຶນຂອງພາກເອກະຊົນ ສາມາດຍາດແຍ່ງເອົາການລົງທຶນໄດ້ໃນລະດັບຫນຶ່ງ.ອີງຕາມບົດສະຫລຸບລາຍງານຂອງພະແນກແຜນການແລະການລົງທຶນ ແຂວງອຸດົມໄຊ ໃຫ້ເຫັນວ່າ: ການຍາດແຍ່ງເອົາການລົງທຶນຈາກພາກເອກະຊົນ ໃນໄລຍະຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຫຍາກໃນຫລາຍດ້ານ ເປັນຕົ້ນແມ່ນການລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ກັບການດຶງດູດການລົງທຶນ, ການພົວພັນປະສານງານກັບບັນດາບໍລິສັດ ໃນການແກ້ໄຂບັນຫາຕ່າງໆ ເຖິງຢ່າງໃດກໍຕາມ ຄະນະພັກ, ຄະນະນຳຂອງແຂວງ ແລະ ພະແນກແຜນການແລະການລົງທຶນແຂວງ ໄດ້ເອົາໃຈໃສ່ຢ່າງສຸດຄວາມສາມາດ ແລະ ຊອກຫາທຸກວິທີທາງໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ 9 ເດືອນຜ່ານມາ ສາມາດຍາດແຍ່ງເອົາການລົງທຶນໄດ້ທັງຫມົດ 54 ໂຄງການ, ມູນຄ່າການລົງທຶນທັງຫມົດ 571,68 ຕື້ກີບ ທຽບໃສ່ແຜນການປີ ບັນລຸ 82,85% (ແຜນການປີ 690 ຕື້ກີບ) ໃນນີ້ ການລົງທຶນໃນກິດຈະກໍາການບັນຊີຄວບຄຸມ ແລະ ສຳປະທານທີ່ໄດ້ຮັບການອະນຸຍາດຈາກປະທານ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ (ຄລທ) ອະນຸມັດການລົງທຶນໃຫມ່ 8 ໂຄງການ, ມູນຄ່າການລົງທຶນ 108,51 ຕື້ກີບ, ການລົງທຶນໃນກິດຈະການທົ່ວໄປ ທີ່ຈົດທະບຽນນຳ ພະແນກ ອຸດສາຫະກຳ ແລະ ການຄ້າ ທັງຫມົດ 46 ຫົວຫນ່ວຍ, ລວມມູນຄ່າການຈົດທະບຽນທັງຫມົດ 463,17 ຕື້ກີບ.

ພາບຈາກ: ຂ່າວປະຈຳວັນ Daily News Oudomxay

ນອກນັ້ນ ວຽກງານທີ່ຕິດພັນກັບການຍາດແຍ່ງ ແລະ ດຶງດູດ ເອົາການລົງທຶນ ກໍຄື ການປັບປຸງກົນໄກການບໍລິການ ການລົງທຶນຜ່ານປະຕູດຽວ, ການຕິດຕາມ, ກວດກາ ແລະ ປະເມີນ ໂຄງການລົງທຶນ ກໍໄດ້ມີການເຄື່ອນໄຫວຈັດຕັ້ງປະຕິບັດຢ່າງເປັນປົກກະຕິ.ແຜນການ 3 ເດືອນທ້າຍປີນີ້ ຈະສືບຕໍ່ສູ້ຊົນ ຈັດຕັ້ງປະຕິບັດແຜນດຶງດູດການລົງທຶນ ແລະ ປັບປຸງ ເພີ່ມຕື່ມບັນຊີໂຄງການຮຽກການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃນບັນຊີຄວບຄຸມ, ສຳປະທານ ແລະ ກິດຈະການທົ່ວໄປ ໃຫ້ໄດ້ຫລາຍກວ່າ 15 ໂຄງການ, ຄາດຄະເນມູນຄ່າການລົງທຶນໃຫ້ບັນລຸ 120 ຕື້ກີບ.

ຂ່າວ: ຄານມະນີ ຮຽນດໍຈັນ

LEAVE A REPLY

Please enter your comment!
Please enter your name here