ໝຸ່ນໝົດສອງ ລົດໃຫຍ່ຕຳລົດໃຫຍ່ ເຮັດໃຫ້ມີຜູ້ເສຍຊີວິດ 1 ແລະ ບາດເຈັບ 4

0
3712

ເຫດລົດຕຳກັນ ເຂດເສັ້ໜທາງພູເກົ້າຫຼັກ

ໃນຕອນບ່າຍ ເວລາ14:34ນາທີ ຂອງວັນທີ 10 ຕຸລາ 2021 ໜ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ລາຍງານໃຫ້ຮູ້ວ່າ: ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າ​: ມີ​ອຸບັດຕິເຫດ​ຂັບຂີ່ລົດໃຫຍ່+ລົດໃຫຍ່ ຢູ່ບ້ານນາເມືອງ ເສັ້ນທາງພູເກົ້າຫຼັກ ເມືອງນານ ແຂວງຫລວງພະບາງ.

ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ້ບາດເຈັບທັງຫມົດ2ຄົນ ເພດຊາຍ, ເສຍຊີວິດ01ຄົນ​ ເພດຊາຍ.

ພ້ອມຜູ້ບາດເຈັບຜູ້ທີ່01 ມີບາດແຜຢູ່ຂາໂຕ້ເບື້ອງຊ້າຍ ແລະ ແໜ້ນຫນ້າເອິກ (ບໍ່ປະສົ່ງໄປໂຮງໝໍ)

+ຜູ້ທີ່ 02 ມີບາດແຜເຫລີ້ນຢູ່ແຂນສອກເບື້ອງຊ້າຍ,ເຈັບບ່າໄຫ່ລເບື້ອງຊ້າຍ.

+ອີກສອງຄົນແມ່ນນຳສົ່ງໂຮງໜໍນາເມືອງກ່ອນ

+ຜູ້ເສຍຊິວິດ ຊື່ທ້າວ ກຸດສະລາດ ອາຍຸ 48ປີ ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ດັ່ງນັ້ນທາງທີມງານຫນ່ວຍກູ້ຊີບອົງການກາແດງລາວຈື່ງໄດ້ທຳການຫໍ່ສົບແລ້ວນຳສົ່ງໂຮງເຢັນໂຮງໜໍແຂວງ.ເພື່ອຕິດຕໍ່ໃຫ້ຍາດພີ່ນ້ອງມາຮັບເພືອເຮັດພິທີຕາມສາສະຫນາຕໍ່ໄປ

LEAVE A REPLY

Please enter your comment!
Please enter your name here