ຕິດເຊື້ອພາຍໃນຍັງຕໍ່ເນື່ອງ ແລະ ກະແຈກກະຈາຍຢູ່ຫຼາຍບ້ານ

0
2344

ລາຍງານວັນທີ 12 ຕຸລາ 2021 ຂອງຄະນະສະເພາະກິດລາຍງານ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

ນະຄອນຫຼວງ 387 ຄົນ:  ມີ 7 ເມືອງ ແລະ 113 ບ້ານ

  • ເມືອງຈັນທະບູລີ ມີ 24 ຄົນ, 12 ບ້ານ
  • ເມືອງສີໂຄດຕະບອງ ມີ 33 ຄົນ, 21 ບ້ານ
  • ເມືອງໄຊເສດຖາ ມີ 132 ຄົນ, 20 ບ້ານ (ສະຖານທີ່ຄຸມຂັງ 99 ຄົນ)
  • ເມືອງສີສັດຕະນາກມີ 27 ຄົນ, 10 ບ້ານ
  • ເມືອງນາຊາຍທອງ ມີ 42 ຄົນ, 7 ບ້ານ
  • ເມືອງໄຊທານີ ມີ 80 ຄົນ, 29 ບ້ານ (ສະຖານທີ່ຈຳກັດບໍລິເວນ 33 ຄົນ)
  • ເມືອງຫາດຊາຍຟອງ ມີ 40 ຄົນ, 14 ບ້ານ
  • ກຳລັງເກັບກຳຂໍ້ມູນຕື່ມອີກ 15 ຄົນ

ຫຼວງພະບາງ 52 ຄົນ:

  • ນະຄອນຫລວງພະບາງ ມີ 14 ບ້ານ, 33 ຄົນ
  • ເມືອງງອຍ ມີ 1 ບ້ານ, 7 ຄົນ
  • ເມືອງນໍ້າບາກ ມີ 1 ບ້ານ, 12 ຄົນ

​-ສະຫວັນນະເຂດ 22 ຄົນ:

  • ເມືອງອຸທຸມພອນ ມີ 1 ບ້ານ, 14 ຄົນ
  • ນະຄອນໄກສອນ ມີ 3 ບ້ານ, 8 ຄົນ

ແຂວງວຽງຈັນ 18 ຄົນ:

  • ເມືອງແກ້ວອຸດົມ ມີ 4 ບ້ານ, 6  ຄົນ
  • ເມືອງວັງວຽງ ມີ 2 ບ້ານ, 7 ຄົນ
  • ເມືອງວຽງຄຳ ມີ 2 ບ້ານ, 5  ຄົນ

ບໍລິຄຳໄຊ 17 ຄົນ

  • ເມືອງປາກກະດິງ ມີ 16 ຄົນ, 6 ບ້ານ
  • ເມືອງປາກຊັນ 1 ຄົນ

ຈໍາປາສັກ 15 ຄົນ:

  • ນະຄອນປາກເຊ ມີ 4 ບ້ານ, 8 ຄົນ
  • ເມືອງບາຈຽງຈະເລີນສຸກ ມີ 2 ບ້ານ, 7 ຄົນ

ໄຊສົມບູນ 10 ຄົນ:

  •  ເມືອງລ່ອງຊານ 2 ບ້ານ, 5 ຄົນ
  • ເມືອງອະນຸວົງ 2 ບ້ານ, 3 ຄົນ
  • ເມືອງທ່າໂທມ 2 ບ້ານ, 2​ ຄົນ

ບໍ່ແກ້ວ 10 ຄົນ: ເມືອງຕົ້ນເຜື້ອງ 7 ຄົນ ແລະ ເຂດພິເສດ 3 ຄົນ (ຫວຽດນາມ 2 ຄົນ ແລະ vພະມ້າ 1 ຄົນ)

ຄຳມ່ວນ 7​ ຄົນ: ທັງໝົດ ມາຈາກເມືອງທ່າແຂກ  

ສາລະວັນ 2 ຄົນ: ຈາກເມືອງສາລະວັນ 1 ຄົນ ແລະ ເມືອງເລົ່າງາມ 1​ ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 9 ຄົນ: 6 ຄົນຈາກ ນະຄອນຫຼວງວຽງ ແລະ ອີກ 3 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 11 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 29,398 ຄົນ, ເສຍຊີວິດສະສົມ 33 (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 248 ຄົນ, ກໍາລັງປິ່ນປົວ 7,258   ຄົນ.

ພ້ອມກັນນັ້ນ, ທ່ານ ດຣ. ສະໜອງ ທອງສະນະ​ ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ໄດ້ກ່າວໃນບົດຖະແຫຼງຂ່າວຕື່ມວ່າ:ໃນສອງອາທິດຜ່ານມານີ້ ທິມງານວິຊາການໄດ້ທົບທວນຄືນກ່ຽວກັບການຕິດເຊື້ອພາຍໃນ ຂອງ ນະຄອນຫຼວງວຽງຈັນ ພົບວ່າ ໃນຈໍານວນຜູ້ຕິດເຊື້ອ ພາຍໃນນັ້ນ ຫຼາຍກວ່າເຄີງໜື່ງ ແມ່ນກຸ່ມຄົນທີ່ຢູ່ໂຮງງານ, ຕະຫຼາດ, ຫຼື ສໍານັກງານອົງການ. ລັກສະນະການຕິດເຊື້ອເຊັ່ນນີ້ ບົ່ງບອກວ່າ ການຢູ່ໃນຈຸດທີ່ມີຄົນຫຼາຍ ລ້ວນແຕ່ອັນຕະລາຍ ສ່ຽງສູງທີ່ສຸດທີ່ຈະຕິດເຊື້ອ. ນີ້ຄືສາຍເຫດສໍາຄັນທີ່ຄະນະສະເພາະກິດໄດ້ຢໍ້າເຕືອນສະເໝີວ່າ ທຸກຄົນຄວນໄດ້ຢູ່ສະຖານທີ່ເປີດ ອາກາດລ່ວງດີ ບໍ່ແອອັດ ແຕ່ລະຄົນຢູ່ຫ່າງກັນຢ່າງໜ້ອຍ 1 ແມັດຂື້ນໄປ ແລະ ຕ້ອງລ້າງມືເລື້ອຍໆ ພ້ອມໃສ່ຜ້າປິດປາກ-ດັງຕະຫລອດເວລາທີ່ສ່ຽງນີ້.

LEAVE A REPLY

Please enter your comment!
Please enter your name here