ພຣະສົງ ແລະ ສາມະເນນ ສະຫວັນນະເຂດຫາຍດີອອກຈາກໂຮງໝໍພາກສະໜານແລ້ວ

0
1140

ຫາຍດີອອກຈາກໂຮງໝໍພາກສະໜານສູນອັບເກນ​ໝົດແລ້ວ ສາທຸເດີ້.

ຕາມການລາຍງານ ຂອງເພຈ ໜ້າຂ່າວຊາວພຸດ ໃຫ້ຮູ້ວ່າ: ແຈ້ງຂ່າວ​ອອກໂຮງຫມໍ​ ຫາຍດີຈາກໂຄວິດແລ້ວພໍ່ແມ່ຄູບາອາຈານ ແລະ ສັດທາຍາດໂຍມຊາບວ່າພຣະສົງ ແລະ ສາມະເນນ ທີ່ຕິດເຊື້ອໂຣກໂຄວິດ-19 ໃນວັນທີ 25-28/09/2021 ມາປິ່ນປົວຢູ່ໂຮງໝໍພາກສະໜານສູນອັບເກນ​ ນະຄອນ​ໄກສອນ​ພົມວິຫານ​ ແຂວງ​ສະຫວັນ​ນະ​ເຂດ​ນັ້ນ ແມ່ນຈະໄດ້ກັບວັດແລ້ວເດີ​ ໃນວັນທີ 13/10/2021 ການປິ່ນປົວແມ່ນຫາຍດີເປັນປົກກະຕິແລ້ວ ຈະໄດ້ກັບວັດຈຳນວນ 33 ອົງ ຍັງສືບຕໍ່ປິ່ນປົວຢູ່ສູນຫຼັກ 9 ຈຳນວນ 4 ອົງ ເນື້ອງຈາກວ່າ ພວກເພິ່ນມາຕາມຫຼັງ ຈະຢູ່ປິ່ນປົວໃຫ້ຄົບ 14 ວັນຈິງກັບວັດໄດ້.

ຕອນນີ້ ການປິ່ນປົວກໍ່ຫາຍດີໝົດທຸກອົງແລ້ວ.ອອກຕົນຍາດໂຍມ ຢາກຈະທຳບຸນຖວາຍຈັງຫັນ ແລະ ຖວາຍເພນ ແມ່ນໃຫ້ໄປຖວາຍຢູ່ວັດເລີຍເດີ ທ້າຍສຸດນີ້ອາຕະມາພາບ ກໍ່ຂໍອວຍພອນໃຫ້ພໍ່ແມ່ຄູບາອາຈານແລະສັດທາອອກຕົນຍາດໂຍມ ຈົ່ງມີແຕ່ຄວາມສຸກຄວາມຈະເລີນປາສະຈາກໂຣກໄພໄຂ້ເຈັບທຸກປະການເທີດ ສາທຸ ຂໍນ້ອມນະມັດສະການ ແລະ ຂໍຈະເລີນພອນ ຂໍຂອບໃຈ.

LEAVE A REPLY

Please enter your comment!
Please enter your name here