ກະຊວງສາທາລະນະສຸກ ຍັງບໍ່ໄດ້ອະນຸຍາດໃຫ້ບຸກຄົນໃດໜຶ່ງ ນໍາເຂົ້າ, ຂາຍ ຫຼື ນໍາໃຊ້ເຄື່ອງກວດແບບໄວ ເທື່ອ

0
1739

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 14 ຕຸລາ 2021, ເຊິ່ງດຳເນີນການຖະແຫຼງຂ່າວໂດຍ ທ່ານ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ເຊິ່ງໄດ້ມາລາຍງານສະພາບໂຄວິດ-19 ໃນ ສປປ ລາວ ແລະ ທົ່ວໂລກ ພ້ອມກັນນັ້ນ, ທ່ານຍັງໄດ້ກ່ວກັບກັບເຄື່ອງກວດໂຄວິດ-19 ແບບໄວ ໃນການນຳໃຊ້ຢູ່ ສປປ ລາວ ມີດັ່ງນີ້:

“ດັ່ງດັ່ງທີ່ບັນດາທ່ານ ໄດ້ຕິດຕາມຂ່າວສານໃນມື້ວານນີ້ ທາງຄະນະກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ກໍ່ໄດ້ຢໍ້າຄືນ ປະຈຸບັນ ກະຊວງສາທາລະສຸກ ຍັງບໍ່ໄດ້ອະນຸຍາດໃຫ້ບຸກຄົນໃດໜຶ່ງ ນໍາເຂົ້າ ຈໍລະຈອນ ຂາຍ ຫຼື ນໍາໃຊ້ເຄື່ອງກວດແບບໄວດ້ວຍຕົນເອງ/ບຸກຄົນໃດໜຶ່ງ

ພ້ອມທັງຂໍໃຫ້ສື່ມວນຊົນທຸກຂະແໜງການ ທາງພາກລັດ ແລະ ເອກະຊົນ ຊ່ວຍກັນການຈາຍຂໍ້ມູນ ແລະ ນຳສະເໜີຂ່າວ ໃຫ້ປະຊາຊົນຮັບຊາບຢ່າງຕໍ່ເນື່ອງ. ການທີ່ບຸກຄົນໃດໜຶ່ງ ບໍ່ໃຫ້ຄວາມຮ່ວມມື ແລະ ຝ່າຝືນລະບຽບຂາຍຊະຊາຍ ໄດ້ສ້າງຄວາມຜົນກະທົບ ໃນການຄວບຄຸມການລະບາດ ແລະ ການເຝົ້າລະວັງ ທີ່ມີຢູ່ໃນປັດຈຸບັນ.

LEAVE A REPLY

Please enter your comment!
Please enter your name here