ອ່ານໄວ້! ເງື່ອນໄຂການເຂົ້າ-ອອກ ແຂວງຫົວພັນໄລຍະນີ້

0
1380

ແຂວງຫົວພນແຈ້ງການແນະນໍາເພີ່ມເຕີມ ເລື່ອງ: ສຶບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດໂດວິດ-19 ຢູ່ທົ່ວແຂວງຫົວພັນ ໃນໄລຍະວັນທີ 15/10/2001 – 02/10/2021

ເຈົ້າແຂວງຫົວພັນ ອອກແຈ້ງການແນະນໍາດັ່ງນີ້: ສືບຕໍ່ປະຕິບັດບັນດາມາດຕະການ ທີ່ລະບຸໄວ້ໃນແຈ້ງການແນະນໍາ ສະບັບເລກທີ 289/ຈຂ.ຫພ,ລົງວັນທີ 19 ກັນຍາ 2001 ແລະ ແຈ້ງການແນະນໍາ ສະບັບເລທີ 297/ຈຂ.ຫພ, ລົງວັນທີ 23 ກັນຍາ 2021 ບວກກັບບັນດາມາດຕະການທີ່ທຸກພາກສ່ວນຈະຕ້ອງໄດ້ຈັດຕັ້ງ ປະຕິບັດ ດັ່ງລຸ່ມນີ້:

1. ສໍາລັບພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານ ບໍລິສັດ, ອົງການຕ່າງໆ ແລະ ປະຊາຊົນບັນດາເຜົ່າ ທີ່ມີຄວາມຈໍາເປັນທີ່ຈະເດີນທາງເຂົ້າ-ອອກແຂວງຫົວພັນໃນໄລຍະນີ້ ແມ່ນຈະຕ້ອງໄດ້ປະຕິບັດຕາມມາດຕະການດັ່ງນີ້:

  • ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ (ຕາມຊະນິດວັກຊິນ) ແລະ ເດີນທາງມາຈາກເຂດບ້ານສີຂຽວແມ່ນຕ້ອງໄດ້ກັກຕົວຢູ່ສູນກັກກັ້ນຂອງຄະນະສະເພາະກິດກໍານົດໄວ້ເປັນເວລາ 14 ວັນ.
  • ສໍາລັບບຸກຄົນທີ່ໄດ້ສັກຢາວັກຊິນຄົບໂດສ ແຕ່ເດີນທາງມາຈາກເຂດບ້ານສີແດງ ຫຼື ຜູ້ທີ່ຍັງບໍ່ໄດ້ສັກຢາວັກຊິນ ແຕ່ເດີນເດີນທາງມາຈາກເຂດບ້ານສີຂຽວ ແມ່ນຕ້ອງໄດ້ເຂົ້ານສູນກັກຕົວຢູ່ສູນກັກກັ່ນ ທີ່ຄະນະສະເພາະກິດກໍານົດ ໄວ້ເປັນເວລາ 21 ວັນ
  • ສໍາລັບບຸກຄົນທີ່ບໍ່ໄດ້ສັກຢາວັກຊິນ ເດີນທາງມາຈາກເຂດສີແດງ ແມ່ນແຂວງຈະບໍ່ອະນຸຍາດໃຫ້ເດີນທາງເຂົ້າມາແຂວງຫົວພັນຢ່າງເດັດຂາດ.

2. ປິດການຂົນສົ່ງລົດໂດຍສານ ແລະ ສາຍການບິນໂດຍສານ ເຂົ້າແຂວງຫົວພັນ (ອະນຸຍາດໃຫ້ເປີດບໍລິການລົດຂົນສົ່ງໂດຍສານພາຍໃນແຂວງສາເມືອງ ຢ່າງເປັນປົກກະຕິ).

3. ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງປະຕິບັດການ ປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫ່ວາງປະເທດ ພ້ອມສິດຢາຂ້າເຊື້ອລົດຄັກແນ່ແລ້ວຈິ່ງສາມາດ ເຂົ້າແຂວງຫົວພັນໄດ້.

+ ກໍລະນີບໍ່ສາມາດປ່ຽນຖ່າຍໂຊເຟີລົດໄດ້ (ສໍາລັບຄົນລາວ)ຕ້ອງປະຕິບັດມາດຕະການໄດ້ກໍານົດໄວ້ດັ່ງນີ້:

LEAVE A REPLY

Please enter your comment!
Please enter your name here