ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້.
ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້.
ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ ທີ່ປະກອບມີບັນດາລຸ້ນຕ່າງໆທີ່ໜ້າຈົດຈໍາເຊັ່ນ: Nissan Patrol, Nissan Safari, Nissan Terrano ແລະ Nissan Xterra.
ລຸ້ນ “Patrol” ເປັນລຸ້ນທໍາອິດທີ່ຖືກວາງຈໍາໜ່າຍໃນປີ 1951 ແລະ ມີຍອດຂາຍດີຕະຫຼອດຈົນຮອດປີ 1980.
![](https://tholakhong.com/wp-content/uploads/2021/10/Screen-Shot-2021-10-16-at-13.26.01.png)
ລຸ້ນ Nissan Safari 4WD Hardtop Standard roof AD ຖືກຜະລິດຈໍຳໜ່າຍຕັ້ງແຕ່ປີ 1980 ຮອດປີ 1985.
![](https://tholakhong.com/wp-content/uploads/2021/10/ແກຫ.png)
ລຸ້ນ Nissan Terrano ເປັນລົດ SUV ຂະໜາດກາງທີ່ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1986 ຫາປີ 1995.
![](https://tholakhong.com/wp-content/uploads/2021/10/ແກຫແ.png)
ລຸ້ນ Nissan Terrano II ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1993 ຫາປີ 2006.
![](https://tholakhong.com/wp-content/uploads/2021/10/ຫັກກດ.jpeg)
Nissan ໄດ້ນໍາສະເໜີລຸ້ນ X-Terra’s ສູ່ທ້ອງຕະຫຼາດ ນັບຕັ້ງແຕ່ປີ 1999 ເຖິງປີ 2015.
![](https://tholakhong.com/wp-content/uploads/2021/10/ຫແດ.png)
Nissan ໄດ້ເປີດໂຕລົດ premium SUV ໃນປີ 2018, ລົດ all-new Nissan Terra ດັ່ງກ່າວ ຖືກຜະລິດທີ່ໂຮງງານຜະລິດທີ່ປະເທດໄທ ເພື່ອຈໍາໜ່າຍໃນຕະຫຼາດອາຊີຕາເວັນອອກສຽງໃຕ້ ທີ່ລວມເອົາເຄື່ອງຍົນທີ່ມີຄຸນະພາບລະດັບຕົ້ນໆ ໃສ່ກັບດ້ານໃນຂອງລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີລະບົບຂັບເຄື່ອນລົດທີ່ທັນສະໄໝອັນລ່າສຸດຂອງ Nissan ທີ່ໃຫ້ລູກຄ້າສາມາດເດີນທາງດ້ວຍຄວາມໝັ້ນໃຈໃນທຸກໆການເດີນທາງ.
ປີ 2021 – ລຸ້ນ New Nissan TERRA ໃໝ່ ຈະຖືກວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາ ອີກດ້ວຍ.
![](https://tholakhong.com/wp-content/uploads/2021/10/fedbfsdb-1.png)
ລົດລຸ້ນ New Nissan TERRA ໃໝ່ ຈະມີການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ລົດລຸ້ນດັ່ງກ່າວ ມີການອອກແບບຮູບຊົງດ້ານໜ້າແບບ V-motion ທີ່ໃຫຍ່ ແລະ ເງົາງາມຂຶ້ນ ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການຂັບເຄື່ອນອັດຊະລິຍະລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ SUV ໃໝ່ນີ້.
![](https://tholakhong.com/wp-content/uploads/2021/10/ດໄຳກດ.png)
ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.