Nissan TERRA ລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ

0
1544

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້.

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້.

ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ ທີ່ປະກອບມີບັນດາລຸ້ນຕ່າງໆທີ່ໜ້າຈົດຈໍາເຊັ່ນ: Nissan Patrol, Nissan Safari, Nissan Terrano ແລະ Nissan Xterra.

ລຸ້ນ “Patrol” ເປັນລຸ້ນທໍາອິດທີ່ຖືກວາງຈໍາໜ່າຍໃນປີ 1951 ແລະ ມີຍອດຂາຍດີຕະຫຼອດຈົນຮອດປີ 1980.

ລຸ້ນ Nissan Safari 4WD Hardtop Standard roof AD ຖືກຜະລິດຈໍຳໜ່າຍຕັ້ງແຕ່ປີ 1980 ຮອດປີ 1985.

ລຸ້ນ Nissan Terrano ເປັນລົດ SUV ຂະໜາດກາງທີ່ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1986 ຫາປີ 1995.

ລຸ້ນ Nissan Terrano II ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1993 ຫາປີ 2006.

Nissan ໄດ້ນໍາສະເໜີລຸ້ນ X-Terra’s ສູ່ທ້ອງຕະຫຼາດ ນັບຕັ້ງແຕ່ປີ 1999 ເຖິງປີ 2015.

Nissan ໄດ້ເປີດໂຕລົດ premium SUV ໃນປີ 2018, ລົດ all-new Nissan Terra ດັ່ງກ່າວ ຖືກຜະລິດທີ່ໂຮງງານຜະລິດທີ່ປະເທດໄທ ເພື່ອຈໍາໜ່າຍໃນຕະຫຼາດອາຊີຕາເວັນອອກສຽງໃຕ້ ທີ່ລວມເອົາເຄື່ອງຍົນທີ່ມີຄຸນະພາບລະດັບຕົ້ນໆ ໃສ່ກັບດ້ານໃນຂອງລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີລະບົບຂັບເຄື່ອນລົດທີ່ທັນສະໄໝອັນລ່າສຸດຂອງ Nissan ທີ່ໃຫ້ລູກຄ້າສາມາດເດີນທາງດ້ວຍຄວາມໝັ້ນໃຈໃນທຸກໆການເດີນທາງ.

ປີ 2021 – ລຸ້ນ New Nissan TERRA ໃໝ່ ຈະຖືກວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາ ອີກດ້ວຍ.  

ລົດລຸ້ນ New Nissan TERRA ໃໝ່ ຈະມີການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ລົດລຸ້ນດັ່ງກ່າວ ມີການອອກແບບຮູບຊົງດ້ານໜ້າແບບ V-motion  ທີ່ໃຫຍ່ ແລະ ເງົາງາມຂຶ້ນ ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການຂັບເຄື່ອນອັດຊະລິຍະລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ SUV ໃໝ່ນີ້.

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.

LEAVE A REPLY

Please enter your comment!
Please enter your name here