ເຫັນແລ້ວສົບຜູ້ສູນຫາຍ ຈາກເຫດເຮືອຫຼົ້ມ ຢູ່ອ່າງນ້ຳໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ

0
1987

ພົບເຫັນໝົດແລ້ວ 5 ສົບຈາກເຫດການເຮືອຫຼົ້ມ ທີ່ອ່າງນ້ຳໄຜ່, ບ້ານໜອງພູນໄຊ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ

ວັນ 17 ຕຸລາ2021 ເວລາ ປະມານ6ໂມງ ຕອນເຊົ້າ ການຈັດຕັ້ງຂັ້ນເມືອງ, ອ້າຍນ້ອງທະຫານກອງພັນ 468, ການຈັດຕັ້ງທຸກພາກສ່ວນຂອງບ້ານ ແລະ ຍາດພີ້ນ້ອງ ໄດ້ຄົ້ນພົບເຫັນ 2 ສົບ ຟູຂຶ້ນມາໜ້ານ້ຳ ສົບ ນາງ ວຽງ ອາຍຸ 55 ປີ ຜູ້ເປັນແມ່ດອງ ພົບເຫັນໄກຈາກຈຸດເກີດເຫດປະມານ 20 ແມັດ ແລະ ສົບ ນາງ ສອນ ອາຍຸ21ປີ ເປັນລູກໄພ ພົບເຫັນໄກຈາກຈຸດເກີດເຫດປະມານ 200 ກວ່າແມັດ ຕອນແລງຂອງມື້ດຽວກັນພົບເຫັນ ສົບ ທ້າວ ທອງພັນ ອາຍຸ 63 ປີ ຜູ້ເປັນພໍ່ ແລະ ນາງ ເດັກ ອາຍຸ 28 ປີ ຜູ້ເປັນລູກ ຟູຂື້ນມາ ຢູ່ຈຸດເຮືອຫຼົ້ມ ແລະ ຕອນເຊົ້າ ມື້ນີ້.

ນັບເປັນມື້ທີ່ 5 ຫຼັງຈາກການເກີດອຸບັດຕິເຫດເຮືອຫຼົ້ມ ໃນວັນທີ 13 ຕຸລາ ຜ່ານມາ ແລະ ໄດ້ພົບເຫັນອີກ 1ສົບ ສຸດທ້າຍ ຄື ທ້າວ ດວງ ອາຍຸ 22 ປີ ຊື່ງພົບເຫັນໄກຈາກຈຸດເກີດເຫດ ປະມານ100ກວ່າແມັດ ທັງໝົດການຈັດຕັ້ງບ້ານ,ຍາດຕິພີ້ນ້ອງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມ ໄດ້ເຮັດພິທີຮີດຄອງທາງສາສະໜາຢູ່ທີ່ແຄມອ່າງນ້ຳໄຜ່ໃກ້ຈຸດເກີດເຫດເປັນທີ່ຮຽບຮ້ອຍແລ້ວ ທ້າຍນີ້ຂໍ ສະແດງຄວາມເສົ້າສະຫຼົດໃຈເສຍໃຈມາຍັງຄອບຄົວຍາດພີ້ນ້ອງຜູ້ເສຍຊີວີດດ້ວຍ.

ຂໍ້ມູນ: ສື່ເພື່ອສັງຄົມ All in All

LEAVE A REPLY

Please enter your comment!
Please enter your name here