ສຸດເສົ້າ! ຜູ້ເສຍຊີວິດໃໝ່ມີອາຍຸນ້ອຍສຸດ 16 ປີ ລາຍງານວັນທີ 19 ຕຸລາ 2021

0
5306

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 19 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີລາຍງານຜູ້ຕິດເຊື້ອໃໝ່ຈາກໂຄວິດ-19 ຕື່ມອີກ 5 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 45 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ,  ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ
  • ໄດ້ສັກຢາວັກຊີນ J &J
  • ມີພະຍາດປະຈຳຕົວ:  ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ
  • ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ
  • ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ
  • ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້.
  • ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ .

ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ.

  • ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ
  • ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ
  • ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ.
  • ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-)
  • ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR
  • ເວລາ 10:00 ໂມງຂອງວັນທີ  18 ຕຸລາ 2021:  ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ,  ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂື້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ   ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19

ຜູ້ທີ່3:   ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ

  • ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກິນດື່ມບໍ່ປົກະຕິ
  • ວັນທີ 17 ຕຸລາ 2021: ໄຂ້,ໄອ ແລະ ຫາຍໃຈຫອບ
  • ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 : ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈື່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ 
  • ຄົນເຈັບ ງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫືອຊຶມ ອາການຊີວິດບໍ່ດີ, ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021

ຜູ້ທີ່4:    ເພດຍີງ ອາຍຸ 66 ປີ, ອາຊີບ: ຫວ່າງງານ.  ບ້ານ ຫ້ວຍນ້ຳເຢັນ  ເມືອງ  ນາຊາຍທອງ  ແຂວງ  ນະຄອນຫລວງ

  • ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/2021.
  • ພະຍາດປະຈຳຕົວ:  ເບົາຫວານ,ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ(ບໍ່ຮູ້ສາເຫດ).
  • ບໍ່ໄດ້ສັກວັນຊີນມາກ່ອນ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປີ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.

ຜູ້ທີ່ 5: ເພດຍິງ, ອາຍຸ 51 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

  • ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 02 ເຂັມ
  • ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ
  • ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
  • ວັນທີ 13 ຕຸລາ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດ  ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວບໍ່ມີອາການຕອບສະໜອງແລະ ໄດ້ເສຍຊີວິດ.

LEAVE A REPLY

Please enter your comment!
Please enter your name here