ໂຄງການລົດໄຟລາວ-ຈີນ ແມ່ນມາດຕະຖານຊັ້ນ I ຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3.000 ໂຕນ

0
2060

ໂຄງການລົດໄຟລາວ-ຈີນ ໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ສາມາດຮອງຮັບນ້ຳໜັກການຂົນສົ່ງ ໄດ້ເຖິງ 3.000 ໂຕນ

ອີງຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການລົດໄຟລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ແລະ ປະ ເພດເສັ້ນທາງດ່ຽວ, ລັດສະໝີໂຄ້ງຕ່ຳສຸດ 2.000 ແມັດ ແລະ ເຂດທົ່ວໄປ 1.600 ແມັດ, ພະລັງງານການຂັບເຄື່ອນແມ່ນພະລັງງານໄຟຟ້າ, ລະບົບຄວບຄຸມການຈອດລົດ ເປັນລະບົບອັດຕະໂນມັດ, ປະເພດການບັນຊາການຈໍລະຈອນ ມີສູນກາງລະບົບຄວບຄຸມ.

ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງ ການແມ່ນ 1,2% ຢູ່ເຂດທົ່ງພຽງ ແລະ 2,4% ເຂດພູສູງ, ການກຳນົດເຕັກນິກການອອກແບບເສັ້ນທາງລົດໄຟດັ່ງກ່າວ ແມ່ນອີງໃສ່ພູມີປະເທດເປັນຫລັກ, ຊຶ່ງໃນນີ້ໄດ້ແບ່ງການອອກແບບເປັນ 2 ໄລຍະ ຄື: ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ໄລຍະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ. ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ໃນການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານ ທີ່ມີປະສິດທິຜົນສະເພາະເຂດພູດອຍແມ່ນ 160 ກມ/ຊມ, ແຕ່ສຳລັບເຂດທົ່ງພຽງ ໄລຍະ ວັງວຽງຫາ ນະຄອນຫລວງວຽງຈັນ ແມ່ນໄດ້ມີການອອກແບບຮອງຮັບຄວາມໄວ 200 ກມ/ຊມ ໃນອະນາຄົດ.

ສ່ວນຄວາມໄວອອກແບບ ສໍາລັບການຂົນສົ່ງສິນຄ້າແມ່ນກໍານົດເອົາ 120 ກມ/ຊມ ເຫັນວ່າມີປະສິດທິຜົນສູງ, ແຕ່ເຖິງຢ່າງໃດກໍຕາມ ການກໍານົດຄວາມໄວອອກແບບແມ່ນຕິດພັນກັບມູນຄ່າການກໍ່ສ້າງ ຖ້າກຳນົດຄວາມໄວອອກແບບສູງ ກໍ່ຈະເຮັດໃຫ້ມູນຄ່າການກໍ່ສ້າງສູງຂຶ້ນເຊັ່ນດຽວກັນ, ລະບົບການຂັບເຄື່ອນຂະບວນລົດໄຟ ແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ຄວາມສາມາດຮອງຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3.000 ໂຕນ ໃນໄລຍະເລີ່ມຕົ້ນ ແລະ ສາມາດເພີ່ມຂຶ້ນເປັນ 4.000 ໂຕນ ໃນໄລຍະຍາວ, ບັນດາໜ້າວຽກຕົ້ນຕໍຂອງການກໍ່ສ້າງໂຄງການລວມມີ ການກໍ່ສ້າງຊັ້ນຍົກລະດັບລວງຍາວ 175,59 ກມ ກວມເອົາ 41,10% ຂອງລວງຍາວທັງໝົດ, ກໍ່ສ້າງຂົວ 170 ແຫ່ງ, ຊຶ່ງມີລວງຍາວລວມແມ່ນ 69,20 ກມ ກວມເອົາ 15,80%, ຂອງລວງຍາວທັງໝົດ.

ໃນນີ້, ລວມທັງຂົວຂ້າມນ້ຳຂອງຢູ່ເຂດແຂວງຫລວງພະບາງ 2 ແຫ່ງ, ວຽກກໍ່ສ້າງທໍ່ 567 ແຫ່ງ, ລວງຍາວ 21,60 ກມ, ກໍ່ສ້າງອຸໂມງ 72 ແຫ່ງ ລວງຍາວລວມ 183,90 ກມ ກວມເອົາ 43,07% ຂອງລວງຍາວທັງໝົດ. ອຸໂມງ ທີ່ມີຄວາມຍາວເກີນ 7 ກມ ມີ 7 ແຫ່ງ ແລະ ຍາວກວ່າໝູ່ແມ່ນ ປະມານ 9,50 ກມ, ໃຊ້ເວລາໃນການກໍ່ສ້າງ 5 ປີ.

ຂ່າວ: ມະນີທອນ, ສຳນັກຂ່າວ ປະເທດລາວ Pathedlao

LEAVE A REPLY

Please enter your comment!
Please enter your name here