ການນຳສະເໜີກ່ຽວກັບລົດ EV ທີ່ນຳໃຊ້ໄຟຟ້າ 100%

0
1961

ແຈ້ງເຊີນ: ບັນດາບໍລິສັດ, ຫ້າງຮ້ານ,​ ຜູ້ປະກອບການນຳເຂົ້າ ແລະ ຂາຍລົດ ທີ່ເປັນຕົວແທນຢ່າງເປັນທາງການໃນ ສປປ ລາວ ເຂົ້າຮ່ວມການນຳສະເໜີກ່ຽວກັບລົດ EV ທີ່ນຳໃຊ້ໄຟຟ້າ 100%

ເພື່ອເປັນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການຫັນພາຫະນະທີ່ນໍາໃຊ້ນ້ໍາມັນເຊື້ອໄຟ ໄປສູ່ການນໍາ ໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າ (EV) ເທື່ອລະກ້າວນັ້ນ, ຫ້ອງການກະຊວງການເງິນ ໃນນາມຄະນະຮັບຜິດ ຊອບຈັດຊື້-ຈັດ ຈ້າງ ຈຶ່ງຂໍແຈ້ງມາຍັງບັນດາ ບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທີ່ເປັນຕົວ ແທນຈໍາຫນ່າຍລົດ (EV) ໃນປະຈຸບັນ ຫຼື ມີແຜນທີ່ ຈະນໍາເຂົ້າຈໍາຫນ່າຍບໍລິການໃນຕໍ່ຫນ້າ ເຂົ້າຮ່ວມການນໍາສະເຫນີ (Present) ກ່ຽວກັບລົດ (EV) ໂດຍພົວພັນປະສານຂໍ້ມູນເພີ່ມຕື່ມ ນໍາກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ນັບແຕ່ວັນທີ 21-29 ຕຸລາ 2021 ຊຶ່ງມີເງື່ອນໄຂພື້ນຖານດັ່ງນີ້:

1. ເງື່ອນໄຂພື້ນຖານກ່ຽວກັບລົດ

1. ເປັນປະເພດລົດເກັງ ທີ່ນໍາໃຊ້ພະລັງງານໄຟຟ້າ 100% ໃນການຂັບເຄື່ອນ Battery Electric Vehicle “BEV” ທີ່ສາມາດສາກໄຟຟ້າໄດ້.

2. ຕ້ອງເປັນລົດ ທີ່ນໍາໃຊ້ປະເພດ ລິທຽມໄອອອນ ( ຫມໍ້ໄຟແຫ້ງ ) Battery Litium-ion ທີ່ຜ່ານຂະບວນການ ທົດສອບ ຕາມມາດຕະຖານຂອງສາກົນ UNECE A100, R136 ໂດຍຕ້ອງມີໃບຢັ້ງຢືນ ທົດສອບຈາກໂຮງງານຜະລິດ.

3. ຕ້ອງສາມາດ ຮອງຮັບ ການສາກໄຟຟ້າກັບກໍາລັງກະແສໄຟຟ້າ ໃນ ສປປ ລາວ ລະຫວ່າງ 220~250 V ແລະ ມີຄວາມສາມາດຮອງຮັບ ກັບລະບົບສາກທໍາມະດາດ້ວຍກະແສໄຟຟ້າສະລັບ AC, ລະບົບສາກໄວດ້ວຍກະແສໄຟຟ້າກົງ DC ແລະ ລະບົບການສາກໄຟຟ້າໃນຮູບແບບອື່ນໃນອານາຄົດ.

4. ມີຕົວແທນຈໍາຫນ່າຍຢ່າງເປັນທາງການໃນ ສປປ ລາວ.

5. ມີການຮັບປະກັນສິນຄ້າ, ອາໄຫຼ່ປ່ຽນຖ່າຍ, ນາຍຊ່າງສ້ອມແປງ ທີ່ຊໍານານ ແລະ ບໍລິການຫຼັງການຂາຍ.

II. ເງື່ອນໄຂພື້ນຖານກ່ຽວກັບບໍລິສັດທີ່ເຂົ້ານໍາສະເຫນີລົດ

1. ເປັນບໍລິສັດທີ່ດໍາເນີນທຸລະກິດເກີນ 02 ປີ ຂື້ນໄປ.

2. ເປັນບໍລິສັດທີ່ມີໃບອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມກົດຫມາຍໃນການດໍາເນີນທຸລະກິດເປັນຕົວແທນຈໍາ ຫນ່າຍລົດໃນ ສປປ ລາວ.

3. ມີໃບທະບຽນອາກອນພາຍໃນຖືກຕ້ອງຕາມລະບຽບກົດຫມາຍ.

4. ມີໃບທະບຽນວິສາຫະກິດ ທີ່ອອກໃຫ້ໂດຍຂະແຫນງອຸດສາຫະກໍາ ແລະ ການຄ້າ.

5. ມີໃບຢັ້ງຢືນການຊໍາລະອາກອນ ແລະ ພັນທະຕ່າງໆ ທີ່ອອກໃຫ້ໂດຍຂະແຫນງສ່ວຍສາອາກອນ ທີ່ໃຊ້ໄດ້ໃນປີ 2021.

6. ມີໃບຢັ້ງຢືນຂອງການກວດສອບຈາກພາກສ່ວນພາຍນອກ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ເຂົ້າຮ່ວມຕາມເນື້ອໃນແຈ້ງເຊີນສະບັບນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here