ຄຳມ່ວນທຳລາຍຢາເສບຕິດຫຼາຍລາຍການ

0
1136

ຕາມການລາຍງານ ຈາກ Khammouanenews ໃຫ້ຮູ້ວ່າ: ພິທີລະນຶກວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 20 ປີ (12 ຕຸລາ 2001-12 ຕຸລາ 2021) ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 21 ຕຸລາ 2021 ຢູ່ທີ່ຄ້າຍສື່ສານ ປກສ ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມມີທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ພັທ. ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາ ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ປກສ ແຂວງເຂົ້າຮ່ວມ. ໂດຍມີການປະຕິບັດມາດ ຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

ທ່ານ ພັທ. ແກ້ວອຸ່ນເຮືອນ ແພງດາລາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານຕ້ານຢາເສບຕິດ ໃນໄລຍະ 01 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງໄພຄຸກຄາມຂອງຢາເສບຕິດ ອັນໄດ້ສ້າງຄວາມສັບສົນວຸ້ນວາຍຢູ່ໃນສັງຄົມ, ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນຊາດ, ກໍ່ໃຫ້ເກີດປະກົດ ການຫຍໍ້ທໍ້ໃນສັງຄົມເຊັ່ນ: ຂີ້ລັກ, ງັດແງະ, ກໍ່ອາລະວາດ ຂ້າຟັນລັນແທງ, ການມົ່ວສຸມ, ແລ່ນລົດໄວ ກໍ່ໃຫ້ເກີດອຸປະຕິເຫດ, ທຳລາຍຊັບສິນຂອງລັດ, ພົນລະເມືອງ, ການປະລະການຮຽນ ແລະ ອື່ນໆ.

ຍິ່ງໄປກວ່ານັ້ນ ຢາເສບຕິດແມ່ນເປັນເງື່ອນໄຂອັນໜຶ່ງທີ່ພວກສັດຕູໃຊ້ເປັນເຄື່ອງມືໃນການໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ ແລະ ສວຍໃຊ້ບັນດາພໍ່ຄ້າຢາເສບຕິດເປັນເຄື່ອງມືໃນການເຄື່ອນໄຫວຕ້ານຕໍ່ກັບການພັດທະນາ ສ້າງສາປະ ເທດຊາດ.

ໂອກາດດຽວກັນ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ກໍ່ໄດ້ກ່າວມີຄຳເຫັນ ເຊິ່ງທ່ານຍັງໄດ້ຍົກໃຫ້ເຫັນ ເຖິງຜົນຮ້າຍຂອງຢາເສບຕິດ ທີ່ເປັນໄພອັນທະລາຍຕໍ່ຊາດ, ຕໍ່ສຸຂະພາບ, ເປັນອຸປະສັກໃນການກົດໜ່ວງ, ກີດຂວາງ ຕໍ່ການພັດທະນາປະເທດຊາດ, ເສດຖະກິດ, ວັດທະນະທຳ-ສັງຄົມ. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງ ພະນັກງານທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນແຂວງຄຳມ່ວນ ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນຂະບວນການຕ້ານ ແລະ ສະກັດກັ້ນ ເພື່ອກຳຈັດຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ, ປຸກລະດົມ ທຸກພາກສ່ວນຮ່ວມກັນຕ້ານ, ສະກັດກັ້ນຂະບວນການຜະລິດ, ຄ້າຂາຍ, ຈຳໜ່າຍ ແລະ ການລຳລຽງ ຢາເສບຕິດທຸກປະເທດທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ໝົດໄປຢ່າງສິ້ນເຊິງ. ໃນພິທີດັ່ງກ່າວ ກໍ່ໄດ້ມີການຈູດທຳລາຍຢາເສບຕິດ ເຊິ່ງປະກອບມີ: ປະເພດຢາບ້າ 154.403 ເມັດ ລວມນໍ້າໜັກ 15 ກິໂລກຼາມ, ຢາໄອ 360 ແທ່ງ ລວມນໍ້າໜັກ 600 ກວ່າກິໂລກຼາມ, ເຮໂລອິນ 1 ຖົງ ນໍ້າໜັກ 0,05 ກຼາມ ແລະ ປະເພດກັນຊາ 700 ແທ່ງ ນໍ້າໜັກ 668,4 ກິໂລກຼາມ.

LEAVE A REPLY

Please enter your comment!
Please enter your name here