ເຈົ້າໜ້າທີ່ພົບອິນເຕີເນັດກາເຟ ລັກເປີດບໍລິການ ເຂດບ້ານສວນມອນ

0
2638

ປກສ ກຸ່ມສວນມອນ ສົມທົບພາກສ່ວນກ່ຽວຂ້ອງ ປະຕິບັດຕາມຄໍາສັ່ງ ເລກທີ 38/ສພກ.ນວ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລັກເປີດບໍລິການ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 21:47 ໂມງ ຂອງວັນທີ 23 ຕຸລາ 2021, ປກສ ກຸ່ມສວນມອນ ສົມທົບກັບອໍານາດການປົກຄອງບ້ານ ອອກກວດກາລາດຕະເວນ ພົບເຫັນຮ້ານອິນເຕີເນັດກາເຟ ລັກເປີດບໍລິການ ຈໍານວນ 1 ຮ້ານ ຂອງທ້າວ ສາຍຟ້າ ອາຍຸ 28 ປີ ອາຊີບ ນັກທຸລະກິດ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ເຊິ່ງຜູ້ກ່ຽວ ໄດ້ເຊົ່າເຮືອນ ຢູ່ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເປີດຮ້ານອິນເຕີເນັດກາເຟ. ຜ່ານການກວດກາ ຂອງເຈົ້າໜ້າທີ່ ພົບເຫັນຄົນມາເຕີມເຊີ 1 ຄົນ ຢູ່ຮ້ານດັ່ງກ່າວ. ດັ່ງນັ້ນ, ເຈົ້າໜ້າທີ່ ໄດ້ເຮັດບົດທຶກໄວ້ເປັນຫຼັກຖານ.

ສ່ວນການແກ້ໄຂ ໄດ້ເຊີນເຈົ້າຂອງກິດຈະການ ຂຶ້ນມາຫ້ອງການ ກອງບັນຊາການ ປກສ ເມືອງສີສັດຕະນາກ ປະຕິບັດຕາມຄໍາສັ່ງເລກທີ 38/ສພກ.ນວ ຕໍ່ ຮ້ານອິນເຕີເນັດກາເຟ ລັກເປີດບໍລິການເຕີມເຊີ ເຊິ່ງເປັນການກະທໍາທີ່ລະເມີດຄໍາສັ່ງຂອງຂັ້ນເທິງວາງອອກ.

ກອງບັນຊາການ ປກສ ນວ ຮຽກຮ້ອງປະຊາຊົນ ນວ ຈົ່ງປະຕິບັດຕາມຄໍາສັ່ງເລກທີ 38/ສພກ.ນວ ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນວ ໃຫ້ຫຼຸດໜ້ອຍຖອຍລົງ, ຖ້າບຸກຄົນ ຫຼື ນິຕິບຸກຄົນໃດ ບໍ່ປະຕິບັດຕາມ ຈະຖືກປັບໃໝ 3.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນ 10.000.000 ກີບ/ຄົນ/ຄັ້ງ.

LEAVE A REPLY

Please enter your comment!
Please enter your name here