ຈັບເປົ້າໝາຍຢາເສບຕິດພ້ອມຂອງກາງ ຢາໄອ 3 ເປົາ ແລະ 33 ແທ່ງ ໜັກ 35 ກິໂລ

0
2840

ຕາມການລາຍງານ ຂອງຂ່າວ ປກສ ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນເວລາ 16 ໂມງ ຂອງວັນທີ 21 ຕຸລາ 2021 ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີເປົ້າໝາຍຈະຂົນສົ່ງຢາເສບຕິດ (ປະເພດຢາໄອ້) ດັ່ງນັ້ນ ຈຶ່ງໄດ້ຈັດວາງກໍາລັງ ອອກກວດກາ ຕາມຈຸດເສັ້ນທາງ ເຂດບ້ານນາເມືອງ ຫາບ້ານ ທົ່ງແປ ເມືອງຄໍາເກີດ.

ພໍມາຮອດ ເວລາ ປະມານ 19 ໂມງ ຂອງວັນດຽວກັນ ຈຶ່ງພົບເຫັນລົດເປົ້າໝາຍ ເປັນລົດກະບະ ຟອດແລັນເຈີ່ບໍ່ຕິດແຜ່ນປ້າຍທະບຽນ ຂັບຂີ່ອອກມາຈາກບ້ານນາເມືອງ.

ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສະກັດ ແລະ ກວດຄົ້ນລົດຄັນດັ່ງກ່າວ ພົບເຫັນ ຢາເສບຕິດ (ປະເພດຢາໄອ້) ຈໍານວນ 3 ເປົາ, ມີ 33 ແທ່ງ ນໍ້າໜັກ 35 ກິໂລກຼາມ, ປືນແວງ 01 ກະບອກ, ໂທລະສັບ 07 ໜ່ວຍດັແລະ ໄດ້ກັກຕົວເຈົ້າຂອງລົດດັ່ງກ່າວ ຊື່ ທ້າວ ປາຮົວມົວ ອາຍຸ 36 ປີ ປະຊາຊົນ ບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງກາງຄະດີ ມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

LEAVE A REPLY

Please enter your comment!
Please enter your name here