ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ + 3 ຄົນ ຈາກໂຄວິດ-19

0
3125

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 27 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +3 ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 85 ປີ, ອາຊີບ: ພະນັກງານບຳນານ, ບ້ານດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ

  • ຄອບຄົວຂອງຜູ້ກ່ຽວກວດພົບເຊື້ອ (ຄົນເຈັບຕິດເຊື້ອ ລະຫັດທີ 32053, ເປັນເມຍ ອາຍຸ 74 ປີ)
  • ໃນວັນທີ 17 ຕຸລາ 2021: ຜູ້ກ່ຽວມີອາການໄອ ໄດ້ມາກວດຢູ່ໂຮງໝໍ 103 ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ
  • ພະຍາດປະຈຳຕົວ:  ຄວາມດັນເລືອດສູງ.
  • ໄດ້ສັກຢາວັກຊິນ 1 ເຂັມ, Johnson and Johnson ໃນວັນທີ 6 ສິງຫາ 2021
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 17-26 ຕຸລາ 2021 ເປັນເວລາ 10 ວັນ
  • ຮອດເວລາ ~7:30 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2 ເປັນເພດຊາຍ, ອາຍຸ 58 ປີ, ອາຊີບປະຊາຊົນ ບ້ານໂພນສີວິໄລ, ເມືອງໝື່ນ, ແຂວງວຽງຈັນ

  • ມີພະຍາດປະຈຳຕົວ:  ຄວາມດັນເລືອດສູງ
  • ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 23 ຕຸລາ 2021: ມີອາການໄຂ້ ແລະ ຖອກທ້ອງ ແລ້ວມານອນປີ່ນປົວ ຢູ່ໂຮງໝໍເມືອງໝື່ນ ເປັນເວລາ 03 ມື (ແຕ່ວັນທີ 23-25 ຕຸລາ 2021)
  • ເວລາ 21 ໂມງ 30 ນາທີ ຂອງວັນທີ 25 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມາກວດຢູ່ສຸກເສີນໂຮງໝໍແຂວງ ຊື່ງຄົນເຈັບໄດ້ນໍາສົ່ງມາຈາກໂຮງໝໍເມືອງໝື່ນ ຍ້ອນມີອາການໄຂ້, ເຈັບທ້ອງ, ຖ່າຍເປັນນໍ້າ ແລະ ບົ່ງມະຕິ ສຸກເສີນເປັນ Cholecystis ພ້ອມທັງເກັບຕົວຢ່າງໄປກວດຊອກຫາພະຍາດໂຄວີດ-19 ແລະ ຜົນກວດພົບເຊື້ອ
  • ເວລາ 23:00 ໂມງ ຂອງມື້ດຽວກັນ ຈື່ງໄດ້ນໍາສົ່ງມາສູນປີ່ນປົວໂຄວິດ ຊື່ງທີມງານແພດ ໄດ້ປະເມີນສະພາບຄົນເຈັບ ສະຕິງ້ວງຊຶມ, ຫາຍໃຈຍາກ, ກະວົນກະວາຍ ແລະ ບົ່ງມະຕິ Covid-19 ຂັ້ນຮຸນແຮງ. ໄດ້ປີ່ນປົວໃຫ້ດົມອົກຊີ ປະມານ 10 ລິດແລ້ວໃຫ້ຢາ ຕ້ານເຊື້ອ
  • ເວລາ 08 ໂມງ 30 ນາທີ ຂອງວັນທີ 26 ຕຸລາ 2021: ຄົນເຈັບຍັງຫາຍໃຈຫອບ, ເພຍ, ງ້ວງຊຶມ ແລະ ປີ່ນປົວ ໃຫ້ enoxaparin ເພີ້ມອົກຊີ ເປັນຈໍານວນ 15 ລິດ ແລະ ຄົນເຈັບຍັງມີອາການຫາຍໃຈຫອບ ໃສ່ Hight Flow 30 L ໃຫ້ Dexamethazol
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນ ແຕ່ວັນທີ 25-27 ຕຸລາ 2021 ເປັນເວລາ 03 ວັນ
  • ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 3: ເປັນເພດຊາຍ, ອາຍຸ 54 ປີ, ອາຊີບ: ປະຊາຊົນ, ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງ

  • ໃນວັນທີ 19 ຕຸລາ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ຍ້ອນພະຍາດໄຂ່ຫຼັງ ແລະ ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19
  • ພະຍາດປະຈຳຕົວ: ພະຍາດເບົາຫວານ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ກະດັນຕັບ, ຄວາມດັນເລືອດສູງ, ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ
  • ບໍ່ທັນໄດ້ສັກຢາວັກຊິນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 19-26 ຕຸລາ 2021 ເປັນເວລາ 08 ວັນ
  • ຮອດເວລາ ~11:55 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

LEAVE A REPLY

Please enter your comment!
Please enter your name here