ໄທ​ ສົນໃຈ ແລະ ຕ້ອງຊອກ​ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ

0
3224

ຕາມການລາຍງານ ຂອງສຳນັກຂ່າວ CRI-FM93 ໃຫ້ຮູ້ວ່າ: ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ: ໄທ​ຕ້ອງຊອກ​ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ ​ໂດຍ​ໄວ ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2016, ຄາດ​ວ່າ​ຈະ​ເລີ່ມ​ເປີດ​ບໍ​ລິ​ການໃນ​ເດືອນ​ທັນ​ວາ​ປີ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ: ໄທ​ຕ້ອງ​ຊອ​ກ​ຫາ​ວິ​ທີ​ທີ່​ຈະ​ສາ​ມາດ​​ເຊື່ອ​ມ​ຈອດ​​ກັບ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ແນວ​ໃດ​ໂດຍ​ໄວ.

ໂດຍ​ສະ​ເພາະ​ໃນ​​ຂະ​ນະ​ທີ່​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ​ ມີ​ຄວາມ​ຄືບ​ໜ້າ​ຊ້າ​ລົງ, ກໍ​ອາດ​ຈະ​ສາ​ມາ​ດ​ປະ​ຕິ​ບັດ​ແຜນ​ວິ​ເຄາະ​ທາງ​ດ້ານ​ເສດ​ຖະ​ກິດເປັນ​ບຸ​ລິ​ມະ​ສິດ​ເພື່ອ​ສ້າງ​​ໂຄງການ​ເຊື່ອມ​ຈອດ​ລະ​ຫວ່າງ​ແຂວງ​ໜອງຄາຍປະ​ເທດ​ໄທ​ກັບ​​ນະ​ຄອນ​ຫຼວງວຽງ​ຈັນ​ປະ​ເທດ​ລາວ​ໂດຍຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ.

ໃນ​ຕໍ່​ໜ້າ, ​ນັກ​ທ່ອງ​ທ່ຽວ​ຈາກ​ແຂວງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຈະ​ມີ​ທາງ​ເລືອກ​ຫຼາຍ​ທາງ​ໃນ​ການ​ໄປ​ທ່ຽວ​​ປະ​ເທດລາວ​ແລະ​ໄທ, ການ​ອອກ​ໄປ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈະ​ແມ່ນ​​ທາງ​ເລືອກ​ທີ່​ເໝາະ​ສົມ.

ກ່ອນ​ໜ້າ​ນີ້, ຮອງ​ໂຄ​ສົກ​ຄະ​ນະ​ລັດ​ຖະ​ບານ​ໄທ​​ໄດ້ເຜີຍ​ໃຫ້​ຮູ້​ວ່າ: ທ່ານ ປ​ຣາ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ໄດ້​ມີ​ຄວາມ​ສົນ​ໃຈ​ຫຼາຍ​ແລະ​​ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ​ວຽກ​ງານ​ກະ​ກຽມ​ເປີດ​ບໍ​ລິ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ໃນ​ເດືອນ​ທັນ​ວາ​ປີ​ນີ້.

LEAVE A REPLY

Please enter your comment!
Please enter your name here