ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝໄວລຸ້ນໃນຂໍ້ຫາເປັນນັກເລງອັນທະພານ

0
3332

ປກສ ກຸ່ມດົງໂດກ ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝໄວລຸ້ນໃນຂໍ້ຫາ ເປັນນັກເລງອັນທະພານ

ຕາມ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2021, ເວລາ 22:00 ໂມງ, ປກສ ກຸ່ມດົງໂດກ ສົມທົບກັບ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ອອກກວດກາລາດຕະເວນຕາມຂອບເຂດພື້ນທີ່ຮັບຜິດຊອບໄດ້ພົບເຫັນກຸ່ມໄວລຸ້ນ 11 ຄົນ, ຍິງ 3 ຄົນ ກໍາລັງລວມຕົວກັນກຽມກໍ່ອາລະວາດຕີກັນ ຢູ່ເສັ້ນທາງ 4 ແຍກບ້ານນາທົ່ມ ເມືອງໄຊທານີ ນວ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າໄປສະກັດກັ້ນເຫດການພ້ອມຄຸມຕົວໄດ້ 7 ຄົນ, ມາຫ້ອງການ ປກສ ກຸ່ມ ເພື່ອສອບສວນ ສ່ວນອີກ 4 ຄົນໄດ້ເອົາຕົວຫຼົບໜີ.

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ການມາເຕົ້າໂຮມຕົວກັນຢູ່ 4 ແຍກບ້ານນາທົ່ມ ແມ່ນມີຈຸດປະສົງນັດຕີກັບໄວລຸ້ນ ບ້ານນາໄຊ ເມືອງໄຊເສດຖາ ນວ, ໃນນັ້ນ, ອຸປະກອນທີ່ກຽມມາຄື ໄມ້ຄ້ອນທີ່ເປັນໂລຫະ ຈໍານວນ 2 ອັນ, ຍາວ 1 ແມັດແລະ ມິດນ້ອຍ 1 ດວງ, ແຕ່ໄວລຸ້ນບ້ານນາໄຊ ຍັງບໍ່ທັນມາ ເຈົ້າໜ້າທີ່ຈິ່ງໄດ້ກັກຕົວກ່ອນ ແລະ ນໍາຕົວມາຂຶ້ນມາ ຫ້ອງການ ປກສ ກຸ່ມດົງໂດກ ເພື່ອສຶກສາອົບຮົມ ໃສ່ລະບຽບການ ແລ້ວມອບໃຫ້ຜູ້ປົກຄອງໄປສຶກສາອົບຮົມຕື່ມ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ຈົ່ງເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ເອົາໃຈໃສ່ປ້ອງກັນ, ສະກັດກັ້້ນ, ການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ ຖ້າພົບເຫັນເຫດການໃດ ທີ່ເປັນສາເຫດກໍ່ຄວາມບໍ່ສະຫງົບໃນສັງຄົມ ຫຼື ເປັນສາເຫດພາໃຫ້ມີການແຜ່ເຊື້ອພະຍາດໂຄວິດ-19 ແຈ້ງມາທີ່ເບີ 020 2889 9774 ຫຼື ທາງ ເຟັສບຸກ ປກສ ນວ.

LEAVE A REPLY

Please enter your comment!
Please enter your name here