ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ

0
1191

29/10/21 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ

ຢາເສບຕິດແມ່ນສິ່ງທ້າທາຍອັນໃຫຍ່ຫລວງທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາດຊະຍາກໍາ, ການສໍ້ລາດບັງຫລວງ, ກົດໜ່ວງຖ່ວງດຶ່ງການສ້າງສາພັດທະນາເສດຖະກິດ-ສັງຄົມ ສະນັ້ນ, ມາໃນຕອນເຊົ້າຂອງວັນທີ 29 ຕຸລາ 2021 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ, ໃນວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2021 ໂດຍການເປັນທານຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້້າແຂວງໆສະຫວັນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫລັກແຫລ່ງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດໄດ້ໃຫ້ຮູວ່າ: ຄະນະພັກ, ອໍານາດການປົກຄອງແຂວງສະຫວັນນະເຂດ, ຮ່ວມກັບຄະນະກໍາມະການກວດກາ-ຄວບຄຸມຢາເສບຕິດ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ໄດ້ຈັດພິທີສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ແລະ ພິທີທໍາລາຍຢາເສບຕິດທີ່ສານຕັດສິນຢ່າງເດັດຂາດ, ທັງນີ້ກໍເພື່ອສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລ ຄວາມໝັ້ນຄົງຂອງຊາດ. ຍ້ອນແນວນັ້ນໃນໄລຍະຜ່ານມາກໍ່ຄືປະຈຸບັນ ພັກ ແລະ ລັດຖະບານຈຶ່ງໄດ້ຖຶເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງທີ່ກ່ຽວຂ້ອງປະຕິບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ.

ຕໍ່ກັບບັນຫາດັ່ງກ່າວພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຶດໄພ ແລະ ຜົນຮ້າຍຂອງຢາເສບຕິດ. ທ່ານຍັງໃຫ້ຮູ້ຕື່ມອີກວ່າ ໃນໄລຍະໜຶ່ງປີຜ່ານມາສູນບໍາບັດປິ່ນປົ່ວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫລັກ 26 ແຂວງສະຫວັນນະເຂດ ໄດ້ຮັບຜູ້ຕິດຢາເສບຕິດເຂົ້າປິ່ນປົ່ວທັງໝົດ 567 ຄົນ, ຍິງ 26 ຄົນ, ປິ່ນປົວຫາຍດີ ແລະ ກັບຄຶນສູ່ຄອບຄົວແລ້ວມີ 449 ຄົນ, ຍິງ 20 ຄົນ, ສາມາດສ້າງ ແລະ ຮັບຮອງປະກາດບ້ານເປັນບ້ານປອດຢາເສບຕິດໄດ້ 601 ບ້ານ, ໂຮງຮຽນປອດຢາເສບຕິດໄດ້ 1.407 ແຫ່ງ, ໃນນີ້ມີຊັ້ນປະຖົມສຶກສາ 1.182 ແຫ່ງ, ຊັ້ນມັດທະຍົມສຶກສາ 225 ແຫ່ງ; ໂຮງງານປອດຢາເສບຕິດໄດ້ 1 ແຫ່ງ, ໄລຍະໜຶ່ງປີຜ່ານມາສາມາດມ້າງຄະດີ ແລະ ຈັບກຸມຜູ້ກະທໍາຜິດຄ້າຂາຍຢາເສບຕິດໄດ້ທັງໝົດ 342 ລາຍ, ຜູ້ຖືກຫາ 592 ຄົນ, ຍິງ 53 ຄົນໃນນັ້ນມີຕ່າງປະເທດ 10 ຄົນ, ຢຶດຂອງກາງຄະດີປະເພດຢາບ້າໄດ້ 1.578.413 ເມັດ, ຢາໄອສ໌ 13 ຖົງໃຫຍ່ 8 ຖົງກາງ 144 ຖົງນ້ອຍ ແລະ 23 ຫລອດ, ກັນຊາແຫ້ງ 1.070 ແທ່ງກັບ 3 ກິໂລກຣາມ, ຢາເຄ 1 ຖົງນ້ອຍ, ໂຄເຄນ 0,7948 ກຣາມ ແລະ ໄດ້ຢຶດຊັບສິນປະເພດຕ່າງໆເຊັ່ນ: ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າເປັນຈໍານວນຫລວງຫລາຍ. ສ່ວນຂອງກາງຄະດີປະເພດຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດ ທີ່ຈະນໍາອອກທໍາລາຍໃນມື້ນີ້ມີ: ຢາບ້າ 621.247 ເມັດ, ນໍ້າໜັກ 76,910 ກຣາມ, ຢາໄອສ໌ 1,014 ກຣາມ, ກັນຊາແຫ້ງ 590,515 ກຣາມ.

LEAVE A REPLY

Please enter your comment!
Please enter your name here