ແຜ່ນດິນໄຫວ 4 ຄັ້ງ ຕໍ່ເນື່ອງ ເຂດ ແຂວງໄຊຍະບູລີ

0
1327

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ໃນວັນທີ 29-30 ຕຸລາ 2021 ເວລາ 22:46 ຫາ 05:08 ໂມງ ຈໍານວນ 04 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ລາຍລະອຽດຂອງການເກີດ ແຜ່ນດິນໄຫວມີດັ່ງນີ້:

-ວັນທີ 29 ຕຸລາ 2021 ເວລາ 22:46:32 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.317 ອົງສາເໜືອ ແລະ ເສັ້ນແວງທີ 101.374 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ ເຊິ່ງມີຄວາມເລິກຈາກ ໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ເມືອງ ໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງໄຊສະຖານ ປະມານ 12 ກິໂລແມັດ.

-ວັນທີ 29 ຕຸລາ 2021 ເວລາ 22:51:15 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.312 ອົງສາເໜືອ ແລະ ເສັ້ນແວງທີ 101.486 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 1.6 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 28 ກິໂລແມັດ.

-ວັນທີ 30 ຕຸລາ 2021 ເວລາ 02:03:28 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.527 ອົງສາເໜືອ ແລະ ເສັ້ນແວງທີ 101.329 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 4.7 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານເມືອງໄຊສະຖານ ປະມານ 16 ກິໂລແມັດ.

-ວັນທີ 30 ຕຸລາ 2021 ເວລາ 05:08:06 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.486 ອົງສາເໜືອ ແລະ ເສັ້ນແວງທີ 101.274 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 3.6 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງ ຈາກເທສະບານເມືອງໄຊສະຖານ ປະມານ 11 ກິໂລແມັດ.

ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

LEAVE A REPLY

Please enter your comment!
Please enter your name here