ມື້ນີ້ແຜ່ນດິນໄຫວທີ່ແຂວງໄຊຍະບູລີ ອີກແລ້ວເຖິງ 4 ຄັ້ງ

0
1351

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ໃນວັນທີ 31 ຕຸລາ 2021 ເວລາ 10:04 ຫາ 11:40 ໂມງ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 04 ຄັ້ງ ໃນບໍລິເວນເຂດແຂວງໄຊຍະບູລີ ເຊິ່ງລາຍລະອຽດຂອງການເກີດ ແຜ່ນດິນໄຫວມີດັ່ງນີ້:

-ໃນເວລາ 10:04:53 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.54 ອົງສາເໜືອ ແລະ ເສັ້ນແວງທີ 101.36 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 4.7 ຣີກເຕີ ເຊິ່ງ ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນ ດິນໄຫວ ຢູ່ບໍລິເວນບ້ານນໍ້າສິບ ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຈຸດເກີດ ເຫດແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 18 ກິໂລແມັດ.

-ໃນເວລາ 10:27:38 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.50 ອົງສາເໜືອ ແລະ ເສັ້ນແວງທີ 101.31 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ມີ ຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນ ດິນໄຫວແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 12 ກິໂລແມັດ.

-ໃນເວລາ 11:23:09 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.46 ອົງສາເໜືອ ແລະ ເສັ້ນແວງທີ 101.37 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣີກເຕີ ມີ ຄວາມເລິກຈາກໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນ ໄຫວ ຢູ່ບໍລິເວນບ້ານສະມະ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດ ແຜ່ນດິນໄຫວແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 6 ກິໂລແມັດ.

-ໃນເວລາ 11:40:16 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.50 ອົງສາເໜືອ ແລະ ເສັ້ນແວງທີ 101.30 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນ ໄຫວ ຢູ່ບໍລິເວນບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດ ເກີດແຜ່ນດິນໄຫວແມ່ນຫ່າງຈາກຕົວເມືອງເມືອງໄຊສະຖານ ປະມານ 12 ກິໂລແມັດ.

ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

LEAVE A REPLY

Please enter your comment!
Please enter your name here