ວັກຊີນ 523,200 ໂດສ໌ ຈາກ COVAX Facility ມາຮອດລາວແລ້ວ!

0
1222

ວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຈໍານວນ 523,200 ໂດສ໌ ຈາກ COVAX Facility ໄດ້ມາຮອດ ສປປ ລາວ ແລ້ວ.

ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2021 – ມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523,200 ໂດສ໌ ໂດຍຜ່ານ COVAX Facility, ຊຶ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການສົ່ງມອບວັກຊີນຄັ້ງລ່າສຸດນີ້ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ແລະ ເປັນການສົ່ງມອບຕໍ່ຈາກການປະກອບສ່ວນຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 ໃຫ້ເເກ່ ສປປ ລາວ ຜ່ານ COVAX Facility ໂດຍລັດຖະບານຍີ່ປຸ່ນ ໃນເດືອນສິງຫາ 2021.

ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.

ວັກຊີນດັ່ງກ່າວຈະຖືກນໍາໄປສັກໃຫ້ຜູ້ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບສອງເຂັມເທື່ອ.

ໃນປະຈຸບັນ ການສັກວັກຊິນກັນພະຍາດໂຄວິດ-19 ແມ່ນສຸມໃສ່ກຸ່ມບູລິມະສິດ ທີ່ປະກອບມີຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ, ພະນັກງານແພດ ແລະ ບຸກຄະລາກອນທີ່ສໍາຄັນເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ ຕາມທີ່ລະບຸໄວ້ໃນແຜນແຫ່ງຊາດສໍາລັບການສັກຢາປ້ອງກັນພະຍາດ ໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here