ທຫລ ດໍາເນີນຫຼາຍນະໂຍບາຍດ້ານສິນເຊື່ອ ຫຼຸດຜົນກະທົບໂຄວິດ ພ້ອມຄຸມອັດຕາແລກປ່ຽນ

0
1418

ທຫລ ດໍາເນີນຫຼາຍນະໂຍບາຍດ້ານສິນເຊື່ອ ຫຼຸດຜົນກະທົບໂຄວິດ ພ້ອມຄຸມອັດຕາແລກປ່ຽນບໍ່ໃຫ້ຜັນຜວນ.

ການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ມາເປັນເວລາກວ່າ 2 ປີ ສົມທົບກັບສະ ພາບການເໜັງຕີງ ແລະ ຫຼຸດໂຕນກັນຂອງອັດຕາແລກ ປ່ຽນ ເງິນຕາລະຫວ່າງທາງການ ກັບຕະຫຼາດນອກ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ ລະບົບເສດຖະກິດມະຫາພາກຂອງລັດຖະບານ ແລະ ການດໍາເນີນທຸລະກິດຂອງພາກເອກະຊົນ ລວມເຖິງການດໍາລົງຊີວິດຂອງປະຊາຊົນ.

ສາເຫດຍ້ອນການແຂງຄ່າ ຂອງເງິນຕາຕ່າງປະເທດສະກຸນຫຼັກ, ການເພີ່ມຂຶ້ນຂອງລາຄາຄໍາ, ນໍ້າມັນດິບ, ລາຄາສະບຽງອາຫານຢູ່ຕະຫຼາດສາກົນ, ຄວາມຕ້ອງການໃນການຊໍາລະກັບ ຕ່າງປະເທດຢູ່ໃນລະດັບສູງ ແຕ່ແຫຼ່ງລາຍຮັບຂອງປະເທດຫຼຸດລົງຫຼາຍ ແລະ ກ້າວໄປສູ່ການຂາດດຸນການຄ້າກັບຕ່າງປະເທດສູງສົມຄວນ.

ຕໍ່ສະພາບດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ (ທຫລ) ຈຶ່ງໄດ້ຄົ້ນ ຄວ້າ ແລະ ດໍາເນີນ ຫລາຍນະໂຍບາຍດ້ານສິນເຊື່ອເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ພ້ອມທັງເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງອັດຕາແລກປຽນເງິນຕາບໍ່ໃຫ້ເກີດການຜັນຜວນເໜັງຕີງແຮງ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ທີ່ພວມດໍາເນີນມື້ທຳອິດ ທີ 1 ພະຈິກ 2021 ໂດຍຊີ້ໃຫ້ເຫັນວ່າ: 9 ເດືອນຜ່ານມານີ້, ປະເທດເຮົາຍັງຂາດດຸນດ້ານການບໍລິການ ແລະ ຂາດດຸນລາຍຮັບ ຂັ້ນໜຶ່ງກັບຕ່າງປະເທດ ເຮັດໃຫ້ມີກະແສເງິນໄຫລອອກນອກປະເທດປະມານ 303 ລ້ານໂດລາສະຫະລັດ (ປະມານ 34 ລ້ານໂດລາສະຫະລັດຕໍ່ເດືອນ).

ເພື່ອແກ້ໄຂບັນຫາດັ່ງກ່າວ ທຫລ ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາ ຕາມທິດແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ແລະ ຊຸກຍູ້ການຂະ ຫຍາຍຕົວ ຂອງເສດຖະກິດ ໂດຍໄດ້ດໍາເນີນການຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະດັບເທົ່າກັບລະດັບທີ່ມີການປັບຫລຸດໃນຕົ້ນປີຜ່ານມາ, ຮັກສາ ອັດຕາສ່ວນເງິນແຮຝາກບັງຄັບໄວ້ ໃນລະດັບເທົ່າທີ່ມີການປັບຫລຸດໃນເດືອນພຶດສະພາ 2021,ເພື່ອສ້າງເງື່ອນໄຂອໍາ ນວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ. ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ແກ່ ລູກຄ້າຈໍານວນ 503 ລາຍ, ມາຮອດເດືອນກັນຍາ 2021 ໄດ້ເບີກຖອນນໍາໃຊ້ແລ້ວຫລາຍກວ່າ 1.665 ຕື້ກີບ.

ໃນນັ້ນ, ເປັນສິນເຊື່ອໃຫ້ຂະແໜງກະສິກໍາ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫລືອແມ່ນໃຫ້ຂະ ແໜງຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງການ ທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກໃນຂອບເຂດທົ່ວປະເທດ ຄື: ນະຄອນ ຫລວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ຈໍາປາສັກ ກວມ 11% ຂອງຍອດການ ປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆ ໃນທົ່ວປະ ເທດ. ພ້ອມນີ້,ໄດ້ສະໜອງແຫລ່ງທຶນໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ(SME) ຜ່ານກະຊວງການເງິນ ຈໍານວນ 100 ຕື້ກີບ, ໄດ້ປະ ກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານດ້ວຍຫລາຍຮູບການ ຄື: ຈັດຕັ້ງປະມູນຂາຍ ພັນ ທະ ບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນໄດ້ຈໍານວນ 968 ຕື້ກີບ, ພ້ອມທັງຂາຍພັນທະບັດລັດຖະບານ ຜ່ານຕະຫລາດຫລັກຊັບລາວ ໄດ້ກວ່າ 1.073 ຕື້ກີບ ແລະ 33,3 ລ້ານໂດລາສະຫະລັດ. ປະຕິບັດການແກ້ ໄຂບັນຫາໜີ້ໂຄງການລົງທຶນຂອງລັດ (ບ້ວງ 10.000 ຕື້ກີບ) ດ້ວຍຮູບການ ອວ່າຍໜີ້ 3 ແຈ ເປັນສອງໄລຍະ ເຊິ່ງປະຕິບັດໄດ້ປະມານ 3.300 ຕື້ກີບ ກວມ 82,5% ຂອງແຜນການອວ່າຍໜີ້ 3 ແຈ (ໃນນີ້, ທະນາຄານກາງໄດ້ ຮັບຊື້ພັນທະບັດບ້ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫລາຍຂຶ້ນ).

ສ່ວນດ້ານນະໂຍບາຍເງິນຕາ ແມ່ນໄດ້ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງ ຂອງລັດ. ໃນນີ້ນະໂຍບາຍ ແລະ ມາດຕະການທີ່ພົ້ນເດັ່ນ ທີ່ໄດ້ປະຕິບັດ ແມ່ນປັບປຸງກົນໄກການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ຮັດກຸມ ໂດຍໄດ້ຢຸດຮັບການສະເໜີ ແລະ ຢຸດການອອກໃບອະນຸ ຍາດເຄື່ອນໄຫວທຸລະກິດແລກປ່ຽນເງິນຕາໃນ ເດືອນມິຖຸນາ 2021 ແລະ ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານ ແລກປ່ຽນຕົວແທນຂອງທະນາຄານທຸລະກິດໃນການແລກປ່ຽນເງິນຕາ.

ມາຮອດ ປັດຈຸບັນ ມີ 419 ແຫ່ງຈາກ 550 ແຫ່ງຂອງຮ້ານແລກປ່ຽນເງິນຕາທັງໝົດໃນ ເມື່ອກ່ອນ ແລະ ຮ້ານທີ່ບໍ່ຫັນເປັນຮ້ານຕົວແທນຂອງທະນາຄານທຸລະກິດແມ່ນ ບໍ່ອະນຸຍາດໃຫ້ເຄື່ອນ ໄຫວແລກປ່ຽນເງິນຕາຕາມລະບຽບກົດໝາຍ. ປັດຈຸບັນ,ກໍາລັງຢູ່ໃນຂັ້ນຕອນຍົກເລີກຖອດ ຖອນ ໃບອະນຸຍາດຂອງບັນດາຮ້ານດັ່ງກ່າວ ແລະ ສືບຕໍ່ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປຂຶ້ນກັບທະນາຄານທຸລະກິດໃຫ້ສໍາເລັດໃນປີ 2021 ນີ້.

ນອກນີ້, ກໍໄດ້ປັບປຸງກົນໄກການກໍານົດອັດຕາ ແລກປ່ຽນໃນກາງເດືອນກັນຍາ 2021, ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ຫລາຍຂຶ້ນ ແລະ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ຕະຫລາດນອກລະບົບແຄບເຂົ້າ, ໂດຍໄດ້ອະນຸຍາດໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດກໍານົດອັດຕາແລກປ່ຽນຂອງຕົນໄດ້ໃນຂອບທີ່ກວ້າງອອກເປັນ ±1,5% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານກາງ ຈາກລະດັບ ±0,25% ທີ່ເຄີຍໄດ້ກໍານົດມາແຕ່ປີ 2008. ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ມາເຖິງປັດຈຸບັນ, ການປະຕິບັດນະໂຍບາຍ ດັ່ງກ່າວເວົ້າໄດ້ວ່າປະສົບຜົນສໍາເລັດຕາມຄາດໝາຍວາງໄວ້ໃນລະດັບດີສົມຄວນ, ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງ ທະນາຄານ ແລະ ຕະຫລາດນອກລະບົບແຄບເຂົ້າຢູ່ໃນລະດັບ 17,4% ແລະ ແຄບລົງຕື່ມຢູ່ໃນລະດັບ 13,36% ໃນວັນທີ 31 ຕຸລາ 2021.

ພ້ອມນີ້ ສ່ວນ ຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນບາດແມ່ນຢູ່ໃນລະດັບທີ່ຕໍ່າກວ່າ 1% ແລະ ຫຍັບເຂົ້າຫາ 0% ຈາກທີ່ເຄີຍກວ້າງອອກສູງສຸດໃນປີນີ້ເຖິງ 6,13% ໃນຕົ້ນເດືອນກໍລະກົດ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

LEAVE A REPLY

Please enter your comment!
Please enter your name here