ກະຊວງການເງິນ ຄາດຄະເນລາຍຮັບໝົດປີ ຈະສາມາດປະຕິບັດໄດ້ 26.957 ຕື້ກີບ

0
1469

ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນ ຫລວງວຽງຈັນ, ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນຜ່ານມາ ເຫັນວ່າມີຄວາມທ້າທາຍຫລາຍສົມຄວນ, ແຕ່ເຖິງຢ່າງກໍຕາມ ກະຊວງການເງິນ ກໍໄດ້ມີຄວາມພະຍາຍາມໃນການປະສານສົມທົບກັບຂະແໜງການສູນກາງແລະທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້ຈັດເກັບລາຍຮັບໃນຂອບເຂດທົ່ວປະເທດ, ໂດຍສະເພາະການຂຸດຄົ້ນແຫລ່ງລາຍຮັບໃໝ່ ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າ ຮ່ວມ ຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະ ອື່ນໆ, ເຊິ່ງສາມາດຄາດຄະເນລາຍຮັບໝົດປີຈະສາມາດປະຕິບັດໄດ້ ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ.

ພ້ອມດຽວກັນນັ້ນ, ກະຊວງການເງິນ ຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດບັນດາລາຍຈ່າຍ ທີ່ຈຳເປັນ ແລະ ບູລິມະສິດຂອງລັດຖະບານ ໂດຍສະ ເພາະລາຍຈ່າຍເງິນເດືອນ, ເງິນບໍລິຫານ, ຊຳລະໜີ້ສິນ,ປ້ອງກັນພະຍາດໂຄວິດ-19 ໃຫ້ສາມາດເຄື່ອນ ໄຫວໄດ້ເປັນປົກກະຕິ,ພ້ອມທັງຄົ້ນຄວ້າຫລຸດລາຍ ຈ່າຍ, ສະລໍລາຍຈ່າຍ ແລະ ເລື່ອນຈ່າຍບາງຮ່ວງລາຍຈ່າຍຈຳນວນໜຶ່ງ ຂອງຂະແໜງການຂັ້ນສູນ ກາງ 15%, ທ້ອງຖິ່ນ 10% ແລະ ບາງລາຍຈ່າຍ ຂອງລັດຖະບານທີ່ເຫັນວ່າບໍ່ຈຳເປັນ ເຊິ່ງສາມາດຫລຸດຜ່ອນ (ປະຢັດ) ໄດ້ປະມານ 558 ຕື້ກີບ.

ແຕ່ເຖິງຢ່າງໃດກໍ່ຕາມ ເຫັນວ່າຍັງມີຄວາມຈຳເປັນຕ້ອງໄດ້ດັດສະເລ່ຍເພີ່ມໃສ່ບາງລາຍຈ່າຍ ທີ່ເປັນບູລິມະສິດ ຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນ: ເພີ່ມລາຍຈ່າຍເງິນແຮລັດຖະບານ ເພື່ອສືບຕໍ່ຮັບມືກັບພະຍາດໂຄວິດ-19 ແລະ ໄພພິບັດ 50 ຕື້ກີບ,ເພີ່ມແຜນລາຍຈ່າຍເງິນເດືອນແລະເງິນນະໂຍ ບາຍ ຕາມການສະເໜີ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ປະມານ 100 ກວ່າຕື້ກີບ ແລະ ຈັດສັນແຜນລາຍຈ່າຍເງິນບຳເນັດເກັບລາຍຮັບເກີນແຜນຂອງທ້ອງຖິ່ນ ປີ 2020 ປະມານ 408 ຕື້ກີບ ຕາມມາດຕາ 49 ຂອງກົດໝາຍ ວ່າດ້ວຍງົບປະ ມານແຫ່ງລັດ. ສ່ວນການຂາດດຸນງົບປະມານ ບົນພື້ນຖານ ການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫລື ປະມານ 670 ຕື້ກີບ ຈະເຮັດໃຫ້ການຂາດດຸນເພີ່ມຈາກ 3.955 ຕື້ກີບ ເທົ່າກັບ 2,17% ຂອງ ຈີດີພີ ມາເປັນ 4.626 ຕື້ກີບ ເທົ່າກັບ 2,53% ຂອງ ຈີດີພີ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ສຳ ລັບ ຄວາມຕ້ອງການແຫລ່ງທຶນທັງໝົດ 18.701 ຕື້ກີບ ໃນນັ້ນ, ການດຸນດ່ຽງງົບປະມານໃນປີ 4.626 ຕື້ກີບ, ການທົດແທນຕົ້ນທຶນເງິນກູ້ 14.075 ຕື້ກີບ ໃນນີ້, ການທົດແທນຕົ້ນທຶນເງິນກູ້ພາຍໃນ 4.138 ຕື້ກີບ, ການທົດແທນຕົ້ນທຶນເງິນກູ້ຕ່າງປະເທດ 9.937 ຕື້ກີບ. ສ່ວນແຫລ່ງທຶນເພື່ອມາດຸນດ່ຽງທັງໝົດ 18.701 ຕື້ກີບ.ໃນນັ້ນ ໄດ້ຈາກ ແຫລ່ງທຶນພາຍໃນ 4.778 ຕື້ກີບ, ໃນນີ້, ພັນ ທະບັດ 3.390 ຕື້ກີບ, ມີຍອດເງິນເຫລືອງົບປະ ມານປີ 2020 ຈຳ ນວນ 1.388 ຕື້ກີບ (ລວມມີເງິນບຳເນັດເກີນແຜນຂອງທ້ອງຖິ່ນ 408 ຕື້ກີບ), ໄດ້ຈາກຕ່າງປະເທດ 13.923 ຕື້ກີບ ໃນນີ້: ກູ້ຢືມເປັນໂຄງການເພື່ອການພັດທະນາ 3.986 ຕື້ກີບ, ອອກພັນທະບັດເພື່ອທົດແທນຕົ້ນທຶນຕ່າງປະເທດ 9.937 ຕື້ກີບ.

LEAVE A REPLY

Please enter your comment!
Please enter your name here