ເຫດການໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ ເສຍຫາຍ 800 ລ້ານກີບ

0
1617

ເສຍຫາຍ 800 ລ້ານກີບ ເຫດການໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ

ຈາກເຫດການໄຟໄໝ້ ເຮືອນປະຊາຊົນ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອເວລາ 11: 15 ໂມງ ຂອງວັນທີ 31 ຕຸລາ 2021 ສ້າງຜົນເສຍຫາຍລວມມູນຄ່າ 800 ລ້ານກວ່າກີບ ເຊິ່ງເຮືອນຫຼັງດັ່ງກ່າວ ເປັນເຮືອນສອງຊັ້ນ ຂັ້ມລຸ່ມແມ່ນກໍ່ສ່ວນຊັ້ນສອງ ແອ້ມດວ້ຍໄມ້ ເປັນເຮືອນຂອງ ແມ່ຕູ້ ອ່ອນຕາ ອາຍຸ 85 ປີ.ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງວ່າມີເຫດໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ ເຈົ້າໜ້າທີ່ພວກເຮົາກໍໄດ້ຈັດກໍາລັງ 25 ສະຫາຍ ພ້ອມດ້ວຍພະຫານະມອດໄຟ 2 ຄັນ ລົງສະຖານທີ່ເກີດເຫດຢ່າງຮີບດ່ວນ ໂດຍໃຊ້ເວລາ 1 ຊົ່ວໂມງ ຈິ່ງສາມາດຄວບຄຸມໄຟໄດ້.

ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພຄັ້ງນີ້ ແມ່ນເກີດຈາກ ໄຟຟ້າລັດວົງຈອນ ຢູ່ຊັ້ນສອງ.ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ມີສະຕິໃນການນຳໃຊ້ໄຟຟ້າ ຖອດປັກໄຟທຸກຄັ້ງກ່ອນອອກຈາກເຮືອນ, ການນຳໃຊ້ຟືນ-ໄຟ ແຕ່ງຢູ່ຄົວກິນ ການຈູດຂີ້ເຫຍື້ອ ແລະ ອື່ນໆ ຄວນກວດເບີ່ງຄືນວ່າດັບມອດດີແລ້ວຫຼືບໍ່ ເພື່ອຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສີນຂອງທ່ານ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here