ນັກສຶກສາ ຄສປ ຄວ້າລາງວັນຊະນະເລີດໃນການແຂ່ງຂັນອອກແບບສະຖາປັດຕະຍະກຳສາດ ປະຈຳປີ 2021

0
7329

ມານາພອນ ອິນທະສອນ ນັກສຶກສາ ຄສປ ຄວ້າລາງວັນຊະນະເລີດໃນການແຂ່ງຂັນອອກແບບສະຖາປັດຕະຍະກຳສາດ ປະຈຳປີ 2021

ໃນວັນທີ 2 ພະຈິກ 2021 ຜ່ານມາ, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານແຂ່ງຂັນການອອກແບບສະຖາປັດຕະຍະກຳສາດ ສໍາລັບນັກສຶກສາສະຖາປັດຕະຍະກຳສາດ ປະຈຳປີ 2021 (ຜ່ານສື່ອອນລາຍ).

ງານແຂ່ງຂັນອອກແບບຄັ້ງນີ້ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິນຖາວອນ ດາລາວົງ ຄະນະບໍດີ ຄສປ, ທ່ານ Prof.Dr.Youngil Lee ປະທານສະມາຄົມສະຖາປັດຕະຍະກໍາສາດ ອາຊຽນ ພ້ອມດ້ວຍບັນດາທ່ານຄະນະກຳມະການ ແລະນັກສຶກສາ ເຂົ້າຮ່ວມ.ການແຂ່ງຂັນອອກແບບສະຖາປັດຕະຍະກຳສາດ ສໍາລັບນັກສຶກສາທີ່ກຳລັງສຶກສາໃນຫຼັກສູດສະຖາປັດຕະຍະ ກຳສາດ, ມະຫາວິທະຍາໄລແຫ່ງຊາດໄດ້ເລິ່ມຕົ້ນມາແຕ່ປີ 2014.

ນັບແຕ່ນັ້ນມາທາງ ຄສປ ກໍໄດ້ຈັດການແຂ່ງຂັນອອກແບບສະຖາປັດຕະຍະກຳສາດຂຶ້ນເປັນປະຈຳທຸກປີ, ເພື່ອຄັດເລືອກເອົານັກສຶກສາທີ່ເປັນຕົວແທນເຂົ້າຮ່ວມການແຂ່ງຂັນໃນລະດັບອາຊີ.

ຄຽງຄູ່ກັບການສົ່ງນັກສຶກສາເຂົ້າຮ່ວມງານແຂ່ງຂັນອອກແບບໃນແຕ່ລະປີ ເຊິ່ງຄະນະອາຈານ ແລະນັກສຶກສາໄດ້ມີການເກັບກ່ຽວເອົາບົດຮຽນໃນການແລກປ່ຽນ ກັບບັນດາມະຫາວິທະຍາໄລຂອງຕ່າງປະເທດ.

ພ້ອມນິີ້ກໍໄດ້ຮ່ວມມືກັບ ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ ແລະພາກວິຊາສະຖາປັດຕະຍະກຳສາດ ມະຫາວິທະຍາໄລຈຳປາສັກ.

ສຳລັບປີນີ້ແມ່ນປີທີ 2 ທີ່ໄດ້ສືບຕໍ່ຮ່ວມມືກັບ 2 ມະຫາວິທະຍາໄລ ໃນການຈັດການແຂ່ງຂັນເຊິ່ງມີນັກສຶກສາຜ່ານການຄັດເລືອກເຂົ້າຮ່ວມແຂ່ງຂັນທັງໝົດ 12 ຄົນຈາກ 3 ມະຫາວິທະຍາໄລ ແລະຈັດຂຶ້ນພາຍໃຕ້ຫົວຂໍ້ການແຂ່ງຂັນ: ກ່ຽວກັບ Contexual Design : Creating Space , Re-interpreting tradition.

ຜົນການແຂ່ງຂັນປະກົດວ່າ ນາງ ມານາພອນ ອິນທະສອນ ນັກສຶກສາປີທີ 3 ຈາກພາກວິຊາສະຖາປັດຕະຍະກຳສາດ ຄສປ ມະຫາວິທະຍາໄລແຫ່ງຊາດ ສາມາດຍາດລາງວັນຊະນະເລີດ ພ້ອມທັງເປັນຕົວແທນຂອງສຶກສາລາວ ເຂົ້າຮ່ວມການແຂ່ງຂັນການອອກແບບສະຖາປັດຕະຍະກໍາສາດຄັ້ງທີ 10 (The 10th ACARA) ທີ່ຈະຈັດຂຶ້ນທີ່ປະເທດອິນໂດເນເຊຍໃນມໍ່ໆນີ້, ເຊິ່ງຜົນງານການອອກແບບຂອງ ມານາພອນ ແມ່ນມີແນວຄວາມຄິດມາຈາກຮູບແບບວິຖີຊີວິດທີ່ເປັນເອກະລັກຂອງຊາວນາທີ່ມີຊີວິດແບບຮຽບງ່າຍ, ມີແນວທາງການດຳລົງຊີວິດຢ່າງຊັດເຈນ ແລະ ມີວິຖີຊີວິດຕິດພັນກັບກະສິກຳໂດຍສະເພາະແມ່ນການເຮັດນາປູກເຂົ້າ, ເຊິ່ງເປັນການດຳລົງຊີວິດແບບພໍພຽງ, ໃນປັດຈຸບັນນີ້ມັນຖືກທັບທົມໄປດ້ວຍຕຶກອາຄານ ແລະຄົນຍຸກໃໝ່ກໍບໍ່ຄ່ອຍຄຸ້ນເຄີຍແລະບໍ່ເຫັນຄຸນຄ່າກັບວິຖີຊີວິດກະສິກຳ, ສະນັ້ນຈຶ່ງມີແນວຄວາມຄິດຢາກສະແດງຄຸນຄ່າທາງການກະສິກຳ ໂດຍການສ້າງອາຄານພື້ນທີ່ທີ່ຕອບສະໜອງຕໍ່ຊຸມຊົນຊາວນາແລະຕອບສະພາບແວດລ້ອມ (ທົ່ງນາ) ເພື່ອໃຫ້ເປັນພື້ນທີ່ຮຽນຮູ້ຢ້ຽມຊົມວິຖີຊີວິດຂອງຊາວນາ ພ້ອມທັງເປັນພື້ນທີ່ແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ດຶງດູດນັກທ່ອງທ່ຽວແລະປະຊາຊົນໃນປະເທດມາຢ້ຽມຊົມ ແລະ ສຳຜັດພື້ນທີ່ເອກະລັກ ແລະເພື່ອເປັນການພັດທະນາການກະສິກຳການປູກເຂົ້າ ພ້ອມກັບການພັດທະນາແບບຍືນຍົງ “ເພື່ອເປັນການຮັກສາສິ່ງເກົ່າ ພ້ອມກັບການພັດທະນາແບບຍືນຍົງ”

LEAVE A REPLY

Please enter your comment!
Please enter your name here