ເລີ່ມງວດໜ້າ! ປະຕິບັດອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາທຸກປະເພດ

0
4223

ເຖິງ: ທ່ານ ຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍຫວຍ ແລະ ລູກຄ້າ ສາຂາພະຍານາກ ທົ່ວປະເທດ.

ເລື່ອງ: ການປະຕິບັດອາກອນລາຍໄດ້ຈາກການຖືກລາງວັນຫວຍພັດທະນາທຸກປະເພດ.

ເພື່ອປະຕິບັດຕາມກົດຫມາຍແລະຄໍາສັ່ງແນະນໍາ ຕົວແທນຈໍາຫນ່າຍຫວຍພັດທະນາທາງໂທລະສັບມືຖື ຂໍ ແຈ້ງມາຍັງຫົວຫນ້າຫນ່ວຍ, ຫົວຫນ້າຈຸ, ຜູ້ຂາຍ ແລະ ລູກຄ້າທຸກທ່ານຊາບວ່າ: ໃນງວດທີ່ 90 ກົງກັບວັນທີ 08/11/2021 ເປັນຕົ້ນໄປແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດການເກັບອາກອນລາຍໄດ້ຈາກຜູ້ຖືກລາງວັນຫວຍ ພັດທະນາທຸກປະເພດ ໂດຍເອົາມູນຄ່າຖືກລາງວັນ 60,000ກີບຂຶ້ນໄປ ຄູນໃຫ້ອັດຕາອາກອນ 5% ຕາມຂໍ້ກໍານົດ ຂອງກົດຫມາຍ ເພື່ອແຈ້ງມອບຕໍ່ຂະແຫນງສ່ວຍສາອາກອນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານ ເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິດບັດໃຫ້ໄດ້ຮັບຜົນດີ.

LEAVE A REPLY

Please enter your comment!
Please enter your name here