ກິດຈະກຳ ການນຳສະເໜີວີດີໂອສັ້ນ ລາວ-ຈີນ ໃນຫົວຂໍ້ “ຮ່ວມມືຮ່ວມໃຈກັນສ້າງອະນາຄົດທີ່ດີກວ່າໄປພ້ອມກັນ”

0
2124

ເຊີນຊວນເຂົ້າຮ່ວມກິດຈະກຳ ການນຳສະເໜີວີດີໂອສັ້ນ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມມືຮ່ວມໃຈກັນສ້າງອະນາຄົດທີ່ດີກວ່າໄປພ້ອມກັນ”

ປີ 2021 ເປັນປີທີ່ ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມສະເຫລີມ ສະຫລອງ ວັນສ້າງສາຍພົວພັນ ຄົບຮອບ 60 ປີ ແລະ ເປັນປີມິດຕະພາບຂອງປະເທດລາວ-ຈີນ. ໃນວັນທີ 28 ​ຕຸລາ 2021 ນີ້, ຫ້ອງການຂ່າວສານເທສະບານປະຊາຊົນ ແຂວງຢູນນານ ຮ່ວມກັບ ສຳນັກງານ ຂ່າວສານຈີນສາຂາຢູນນານ ແລະ ບໍລິສັດ ສື່ມວນຊົນວັດທະນະທຳປາມຶກຍັກ ຢູນນານ ຈຳກັດ  ພ້ອມກັນຈັດກິດຈະກໍາ ການນຳສະເໜີ ວີດີໂອສັ້ນລາວ-ຈີນ ພາຍໃຕ້ຫົວຂໍ້ “ຮ່ວມມືຮ່ວມໃຈກັນສ້າງອະນາຄົດທີ່ດີກວ່າໄປພ້ອມກັນ”, ເຊິ່ງກິດຈະກຳດັ່ງກ່າວ ແມ່ນສົ່ງເສີມໃຫ້ຜູ້ທີ່ເຂົ້າຮ່ວມເລົ່າເລື່ອງລາວຂອງປະເທດລາວ ແລະ ປະເທດຈີນ ທີ່ມີສາຍພູສາຍນໍ້າຕິດຈອດກັນ, ຄວາມສາມັກຄີປອງດອງ, ການເຊື່ອມໂຍງຈິດໃຈຂອງປະຊາຊົນສອງຊາດ ແລະ ມິດຕະພາບອັນດູດດື່ມ ໂດຍນຳໃຊ້ມຸມກ້ອງຖ່າຍຮູບເປັນສື່ກາງ ໃນການຖ່າຍທອດຄວາມຮູ້ສຶກຢ່າງແທ້ຈິງ, ຮອບດ້ານ ແລະ ຫຼາກຫຼາຍ.

ຄຸນສົມບັດຂອງກິດຈະກຳທີ່ຈະເຂົ້າຮ່ວມກິດຈະກຳນີ້, ຮວບຮວມຜົນງານວິດີໂອສັ້ນ ຈາກທຸກສ່ວນຂອງການດຳເນີນຊີວິດ, ເຊິ່ງການກຳນົດຫົວຂໍ້, ຮູບແບບການສ້າງສັນຂອງວຽກງານແມ່ນບໍ່ຈໍາກັດ, ຄວນ​ໄດ້​ຮັບ​ການ​ຊີ້​ນໍາ​ຢ່າງ​ລະອຽດ​, ມີຈຸດຢືນຢ່າງຈະແຈ້ງ ແລະ ເນື້ອໃນແມ່ນຄວາມຈິງ, ປະຕິບັດຕາມ​ລະບຽບ​ກົດໝາຍ​ຂອງ​ສອງ​ປະ​ເທດ ລາວ-ຈີນ, ສອດຄ່ອງຕາມມາດຕະຖານສິນທໍາ, ສະແດງໃຫ້ເຫັນທິວ​ທັດ​ທໍາ​ມະ​ຊາດ​ທີ່​ສວຍ​ງາມ​ ແລະ ​ປະ​ເພ​ນີ​ທີ່​ສວຍ​ງາມ​ຂອງ​​ລາວ ແລະ ຈີນ​​,ມີ​ເນື້ອ​ໃນ​ຂອງ​ອົງ​ປະ​ກອບ​ວັດ​ທະ​ນະ​ທໍາ​ຈີນ​ ແລະ ​ລາວ ເຊັ່ນ: ຄົນຈີນຢູ່ລາວ, ຄົນລາວຢູ່ຈີນ, ອາຫານຈີນຢູ່ໃນປະເທດລາວ, ອາຫານລາວຢູ່ໃນປະເທດຈີນ ເເລະ ອື່ນໆ

-ຂໍ້ກຳນົດຂອງບົດປະພັນ:

1. ຂໍ້ກໍານົດ: ຄວາມລະອຽດບໍ່ໜ້ອຍກວ່າ 720P, ຄຸນນະພາບຂອງພາບບໍ່ໜ້ອຍກວ່າ 1280*720, ຖ່າຍໜ້າຈໍແນວນອນ ຫຼື ແນວຕັ້ງກໍ່ໄດ້; ຂະໜາດໄຟລ໌ບໍ່ໜ້ອຍກວ່າ 10MB.

2. ໄລຍະເວລາ: 30-180 ວິນາທີ; ສາມາດຂະຫຍາຍເວລາເປັນ 5 ນາທີ ຕາມສະພາບຂອງບົດປະພັນ.

3. ອັກສອນບັນຍາຍ:ບົດປະພັນຕ້ອງມີຄໍາບັນຍາຍພາສາຈີນ, ລາວ ຫລື ພາສາອັງກິດ (ເລືອກໜຶ່ງໃນສາມ)

4. ຮູບແບບວີດີໂອ: AVC/H264, MOV/MP4.

5. ການນໍາບົດມາແຂ່ງຕ້ອງນໍາສະເໜີບົດພ້ອມປະກອບຟອມລົງທະບຽນ(ມີເອກະສານຄັດຕິດ) ເຮັດເປັນໄຟລ໌ດຽວ ແລະ ມີຊື່ໄຟລ໌ພ້ອມລະບຸຫົວຂໍ້ໃນອີເມວ: ຜູ້ເຂົ້າຮ່ວມ (ຊື່ບຸກຄົນ ຫລື ພາກສ່ວນ) + ຮ່ວມມືຮ່ວມໃຈກັນສ້າງອະນາຄົດທີ່ດີກວ່າໄປພ້ອມກັນ.

6. ບໍ່ໃຫ້ມີຮູບແບບຂອງການໂຄສະນາທາງການຄ້າໃສ່ໃນວີດີໂອສັ້ນ.

-ສຳລັບລາງວັນປະກອບມີ:

  • ລາງວັນຄວາມປະດິດສ້າງໃໝ່:  3 ບົດ
  • ລາງວັນບັນຍາຍເລື່ອງດີ: 3 ບົດ
  • ລາງວັນການຕັດຕໍ່ວິດີໂອດີ: 3 ບົດ

ບົດປະພັນທີ່ໄດ້ຮັບລາງວັນຂ້າງເທິງແມ່ນຈະໄດ້ຮັບເງິນລາງວັນ ຈຳນວນ 2.000 ຢວນ  ແລະ ໃບກຽດຕິຄຸນ.

ສ່ວນລາງວັນຜົນງານດີເດັ່ນ: 20 ບົດ ຈະໄດ້ຮັບໃບກຽດຕິຄຸນ, ເຊິ່ງໄລຍະເວລາການ ຮວບຮວມບົດປະພັນ ແມ່ນເລີ່ມແຕ່ ວັນທີ 10 ຕຸລາ ເຖິງ 21 ພະຈິກ 2021 ແລະ ມື້ສຸດທ້າຍຂອງການເລືອກເຟັ້ນບົດປະພັນແມ່ນ ວັນທີ 23 ພະຈິກ ແລະ ໄລຍະເວລາຂອງການປະກາດຜົນສຸດທ້າຍຂອງການເລືອກເຟັ້ນ: ວັນທີ 23-30 ພະຈິກ 2021.

-ສຳລັບວິທີການສົ່ງບົດປະພັນ:

  • ສົ່ງຜ່ານທາງທີ່ຢູ່ອີເມວ: [email protected]
  • ຫ້ອງການຄະນະກຳມະການຈັດຕັ້ງກິດຈະກຳ ຫ້ອງ 408 ຊັ້ນ 4 ສຳນັກງານຂ່າວສານຈີນສາຂາຢຸນນານ ເລກ 27 ບ້ານXiba New ເມືອງຄຸນມິງ.
  • ຜູ້ຕິດຕໍ່: ທ່ານເສິງ ໂທລະສັບຕິດຕໍ່:18213823065

ການຄັດເລືອກ ແລະ ປະເມີນບົດປະພັນ:

1. ຫລັກການຕັດສິນ: ຄະນະຈັດຕັ້ງຈະຄັດເລືອກເອົາຜົນງານທີ່ເກັບກຳໄດ້ ໂດຍອີງໃສ່ຫລັກຄວາມເປັນທຳ, ເປີດກວ້າງ ແລະ ຍຸຕິທຳ.

2. ຂະບວນການຕັດສິນ: ຂະບວນການທຳອິດ ຈະເປັນການກວດກາຢ່າງເປັນທາງການ, ຂະບວນການທີສອງ ຈະເປັນການປະເມີນເບື້ອງຕົ້ນ ໂດຍຜູ້ຊ່ຽວຊານ ແລະ ການປະເມີນຂັ້ນສຸດທ້າຍ.

3. ຄະນະກໍາມະການຈັດຕັ້ງ ແມ່ນຮັບຜິດຊອບໃນການຈັດຕັ້ງຜູ້ຊ່ຽວຊານ ເພື່ອດໍາເນີນການກວດກາ ແລະ ຂະບວນການທົບທວນຈະໄດ້ຖືກຊີ້ນໍາຢ່າງເຕັມສ່ວນໂດຍຫ້ອງການ Notary ກົກເຈີນ

 4. ການປະກາດຜົນ: ຜົນການຄັດເລືອກແມ່ນຈະເຜີຍແຜ່ໃນ website ຂອງຂ່າວສານຈີນ-ຢູນນານໃນລະຫວ່າງວັນທີ 23-29 ພະຈິກ ແລະ ຈະຖືກຕິດຕາມຈາກສັງຄົມ.

-ຂໍ້ແນະນຳສຳລັບກິດຈະກຳຄັ້ງນີ້:

1. ຜູ້ທີີ່ເຂົ້າຮ່ວມກິດຈະກໍາ ຕ້ອງຮັບປະກັນວ່າຕົນເອງມີລິຂະສິດຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ສໍາລັບຜົນງານຂອງຕົນ ໂດຍບໍ່ມີບັນຫາຜິດກົດໝາຍເຊັ່ນ: ການລັກກ່າຍແລະ ຢືມມາຈາກຜູ້ອື່ນ ເປັນຕົ້ນ. ຖ້າຜົນງານໃດຖືກລາຍງານວ່າ ບໍ່ໄດ້ປະຕິບັດຕາມກົດລະບຽບທີ່ກ່າວມາຂ້າງເທິງນີ້ ຈະຖືກຕັດສິດຫລັງຈາກການກວດສອບໂດຍຄະນະຈັດຕັ້ງ, ຖ້າຜູ້ໃດໄດ້ຮັບຄ່າອຸດໜູນ ຫລື ໃບຢັ້ງຢືນແລ້ວ, ຄະນະຈັດຕັ້ງກໍມີສິດໃນການທວງຄືນ, ຜູ້ໃດທີ່ໄດ້ລະເມີດກົດໝາຍທີ່ກ່າວມາຂ້າງເທິງນີ້, ຈະຕ້ອງຮັບຜິດຊອບຕໍ່ກົດໝາຍທັງໝົດດ້ວຍຕົນເອງ.

2. ບົດປະພັນຂອງຜູ້ເຂົ້າຮ່ວມທີ່ຍື່ນມາ ຕ້ອງເໝາະສົມກັບຂໍ້ກຳນົດກົດໝາຍສາທາລະນະລັດປະຊາຊົນຈີນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເນື້ອໃນບໍ່ໄດ້ຜິດຮີດຄອງປະເພນີອັນດີງາມ ແລະ ມາດຖານຄຸນະພາບ, ບໍ່ໄດ້ຍື່ນບົດປະພັນທີ່ບໍ່ເໝາະສົມ ເປັນຕົ້ນ: ເລື່ອງລາມົກອານາຈານ, ຄວາມຮຸນແຮງ, ຄວາມສູນເສຍ ແລະ ການນອງເລືອດ.

3. ຜູ້​ເຂົ້າ​ຮ່ວມ​ຕ້ອງຕົກລົງເຫັນ​ດີ​ວ່າ, ຄະນະ​ຈັດ​ຕັ້ງກິດຈະກຳ​ຈະ​ອອກປະກາດ ແລະ ນຳ​ໃຊ້​ວຽກ​ງານ, ຊື່​ຜູ້​ຂຽນ ​ແລະ ຂໍ້​ມູນ​ທີ່​ຈຳ​ເປັນ​ອື່ນໆ​ໃນ​ງານ​ດັ່ງກ່າວ​ ຢູ່​ຈີນ​ແຜ່ນດິນ​ໃຫຍ່ ​ແລະ ສປປ ລາວ. ພ້ອມທັງເຫັນດີໃຫ້ຄະນະຈັດຕັ້ງກິດຈະກຳດັດແປງ, ບັນນາທິການ ແລະ ຮຽບຮຽງຄືນໃໝ່ທີ່ຈຳເປັນກ່ອນການອອກປະກາດ ແລະ ນຳໃຊ້, ຄະນະຈັດຕັ້ງກິດຈະກຳບໍ່ຈຳເປັນຕ້ອງແຈ້ງໃຫ້ຜູ້ເຂົ້າຮ່ວມຮູ້ກ່ອນໃນການກະທຳດັ່ງກ່າວ.

4. ກິດຈະກຳການເຄື່ອນໄຫວຄັ້ງນີ້, ມີທັງຮູບແບບໂຄສະນາຢູ່ອອນລາຍ ແລະ ບໍ່ຢູ່ອອນລາຍ ໂດຍບໍ່ຈຳກັດ: ລວມມີການປະກາດຜົນຄັດເລືອກ, ການວາງສະແດງຜົນງານ ແລະອື່ນໆ, ຜູ້ເຂົ້າຮ່ວມຕົກລົງເຫັນດີວ່າ ຄະນະຈັດຕັ້ງວາງສະແດງຈະບໍ່ຖືກຈຳກັດພື້ນທີ່, ຈຸດປະສົງ ແລະ ເວລາໃນເວລາການແຈ້ງ, ເຜີຍແຜ່ຜົນງານ, ຊື່ຂອງຜູ້ຂຽນ ແລະ ຂໍ້ມູນອື່ນທີ່ຈຳເປັນໃນສື່ຂ່າວສານ, ວິທະຍຸ, ໂທລະພາບ ແລະ ຮູບແບບອື່ນທີ່ກ່ຽວຂ້ອງກັບປະກາດໃນກິດຈະກຳນີ້.

5. ສິດການນຳໃຊ້ຜົນງານຕ່າງໆເປັນຂອງຄະນະຈັດງານ.

6. ຄະນະຈັດງານມີສິດໃນການເຄື່ອນໄຫວກິດຈະກຳຄັ້ງນີ້.

ດາວໂຫຼດຟອມສະໝັກ: http://www.yn.chinanews.com/news/2021/1027/U780P932T1D65243F11DT20211027202744.doc)

LEAVE A REPLY

Please enter your comment!
Please enter your name here