ລາຍລະອຽດຜູ້ເສຍຊີວິດໃໝ່ +4 ຄົນ ຈາກນະຄອນຫຼວງວຽງຈັນ

0
4789

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 6 ພະຈິກ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +4 ລວມແລ້ວປັດຈຸບັນມີຜູ້ເສຍຊີວິດສະສົມ 81 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 41 ປີ, ບ້ານດ່ານຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈຳຕົວ: ຄວາມດັນເລືອດສູງ
  • ຜ່ານມາຍັງບໍ່ທັນສັກວັກຊິນກັນໂຄວິດ-19
  • ວັນທີ 02 ພະຈິກ 2021: ຜູ້ກ່ຽວມີອາການເຈັບຫົວ
  • ຕອນເຊົ້າຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວລົ້ມຢູ່ຫ້ອງນໍ້າບໍ່ໄດ້ສະຕິ ແລະ ຄອບຄົວຈຶ່ງພາມາກວດຢູ່ໂຮງໝໍ 103 ພ້ອມທັງ ເກັບຕົວຢ່າງກວດຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ວັນທີ 04 ພະຈິກ 2021 ເວລາ 18:30 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 70 ປີ, ບ້ານຫນອງສະໂນຄຳ, ເມືອງສີໂຄດຕະບອງ, ນະຄອນຫລວງ.

  • ພະຍາດປະຈຳຕົວ:  ເບົາຫວານ, ໄຂ່ຫລັງຊຸດໂຊມ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ຜູ້ກ່ຽວມີອາການ ຫາຍໃຈຝືດ, ຖືຄີງໄຂ້, ໄອ, ເຈັບຄໍ ແລະ ມີນ້ຳມູກຍ້ອຍ
  • ວັນທີ 24 ຕຸລາ 2021: ມາກວດຢູ່ໂຮງໝໍມິດຕະພາບ ພ້ອມທັງ ເກັບຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ 13 ມື້ໍ ແຕ່ວັນທີ 24 ຕຸລາ 2021 – 05 ພະຈິກ 2021
  • ວັນທີ 05 ພະຈິກ 2021 ເວລາ 08:50 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 79 ປີ, ອາຊີບ: ແມ່ເຮືອນ ບ້ານຫນອງແຕ່ງເຫນືອ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈຳໂຕ:  ເປັນພະຍາດປອດອັກເສບມາຫລາຍປີ
  • ໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 01 ພະຈິກ 2021: ໄດ້ເກັບຕົວຢ່າງມາກວດຊອກພະຍາດໂຄວິດ-19
  • ວັນທີ 2 ພະຈິກ 2021: ຜົນກວດແມ່ນພົບເຊື້ອ ແລະ ເຂົ້ານອນປີ່ນປົວ ຢູ່ໂຮງໝໍມິດຕະພາບ ຊື່ງຄົນເຈັບມີອາການໄອ, ເຈັບແຫນ້ນຫນ້າເອິກ, ອິດເມື່ອຍ ແລະ ຫາຍໃຈຝືດ
  • ໄລຍະທີ່ນອນປິ່ນປົວປົວຢູ່ໂຮງໝໍ 4 ວັນ ແຕ່ວັນທີ 2 – 5 ພະຈິກ 2021
  • ວັນທີ 5 ພະຈິກ 2021 ເວລາ 11:18 ໂມງ: ຜູ້້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 92 ປີ, ບ້ານ: ດົງປາແລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ        

  • ພະຍາດປະຈໍາຕົວ: ເປັນອໍາມະພາດ
  • ຜູ້ກ່ຽວໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ເປັນຫຼານຊາຍ ຢູ່ເຮືອນຫຼັງດຽວກັນ
  • ວັນທີ 3 ພະຈິກ 2021: ຜູ້ກ່ຽວມີອາການໄຂ້ ແລະ ຫາຍໃຈຝຶດ, ທາງຄອບຄົວໄດ້ປະສານຫາທີມແພດມາເກັບຕົວຢ່າງ ແລະ ພົບກວດແມ່ນພົບເຊື້ອ.
  • ວັນທີ 4 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດຢູ່ບ້ານ

LEAVE A REPLY

Please enter your comment!
Please enter your name here