ສຶກສາອົບຮົມຊາວຄ້າຂາຍ ທີ່ຂາຍເຄື່ອງຊະຊາຍຕາມແຄມທາງ

0
3170

ປກສ ກຸ່ມສວນມອນ ລົງສຶກສາອົບຮົມ ຊາວຄ້າຂາຍ ທີ່ຂາຍເຄື່ອງຊະຊາຍຕາມແຄມທາງ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 06 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມ ສວນມອນ ສົມທົບກັບການຈັດຕັັ້ງບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ສຶກສາອົບຮົມ ຊາວຄ້າຂາຍ ທີ່ນຳເອົາເຄື່ອງມາວາງຂາຍຢູ່ຕາມທາງຍ່າງ ເຂດບ້ານສວນມອນ ຈຳນວນ 18 ຮ້ານ ທີ່ໄດ້ຮັບຜົນກະທົບຈາກການປິດຕະຫຼາດ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ເຂດບ້ານດັ່ງກ່າວ (ເຮັດໃຫ້ບໍ່ມີສະຖານທີ່ຄ້າຂາຍ).

ພັທ ວຽງຄອນ ແສງພະຈັນ ຮອງຫົວໜ້າ ປກສ ກຸ່ມສວນມອນ ໃຫ້ຮູ້ວ່າ: ຈຳນວນທີ່ນຳເອົາເຄື່ອງມາຂາຍຕາມທາງຍ່າງດັ່ງກ່າວ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ກ່າວເຕືອນ ແລະ ບັນທຶກປະຫວັການເຄື່ອນໄຫວ ໃຫ້ຢຸດເຊົາ ການມາຂາຍເຄື່ອງຢູ່ຕາມທາງຍ່າງ ເນື່ອງຈາກເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການໄປ-ມາຂອງຜູ້ທີ່ໃຊ້ຖະໜົນບໍ່່ໄດ້ຮັບຄວາມສະດວກ.

LEAVE A REPLY

Please enter your comment!
Please enter your name here