ເສົ້າໃຈ! ລາຍງານມື້ນີ້ ມີຜູ້ເສຍຊີວິດໃໝ່ +4

0
3979

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 8 ພະຈິກ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +4 ເຮັດໃຫ້ມີຜູ້ເສຍຊີວິດສະສົມ 86 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.

  • ໃນຄອບຄົວມີ 9 ຄົນ ແລະ ຕິດເຊື້ອທັງໝົດ
  • ພະຍາດປະຈໍາຕົວ: ຜູ້ກ່ຽວເປັນອໍາມະພາດນອນຕິດຕຽງ
  • ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 27 ຕຸລາ 2021: ໄດ້ເກັບຕົວຢ່າງຊອກຫາພະຍາດໂຄວິດ-19
  • ວັນທີ 30 ຕຸລາ 2021: ຜົນອອກພົບເຊື້້ອ ແລະ ເຂົ້າສູນປີ່ນປົວ
  • ໄລຍະທີ່ນອນປິ່ນປົວຢູ່ສູນດັ່ງກ່າວ ແຕ່ວັນທີ 27 ຕຸລາ – 06 ພະຈິກ 2021 ເປັນເວລາ 12 ມື້
  • ເວລາ 24:00 ໂມງຂອງວັນທີ 6 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອ້ວນ
  • ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 05 ພະຈິກ 2021: ເກັບຕົວຢ່າງກວດໂຄວິດຢູ່ມະໂຫສົດ ແລະ ໃຫ້ຜົນບວກ
  • ວັນທີ 06 ພະຈິກ 2021: ໄດ້ຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ ດ້ວຍອາການໄອຫຼາຍ, ມີຂີ້ສະເຫລດ, ອິດເມື່ອຍ, ຫາຍໃຈຫອບ, ເຈັບຫນ້າເອິກ, ນອນພຽງບໍ່ໄດ້ ແລະ ກະວົນກະວາຍ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແຕ່ວັນທີ 06-07 ພະຈິກ 2021 ເປັນເວລາ 02 ມື້
  • ຮອດເວລາ 05:45 ໂມງຂອງວັນທີ 07 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນຫລວງ.

  • ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 17 ຕຸລາ 2021: ໄດ້ເກັບຕົວຢ່າງກວດພະຍາດໂຄວິດ-19
  • ວັນທີ 18 ຕຸລາ 2021: ຜົນກວດອອກມາແມ່ນພົບເຊື້ອ ແລະ ໃນມື້ດຽວກັນໄດ້ຮັບເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ດ້ວຍມີອາການໄອ, ຫາຍໃຈບໍ່ອີ່ມ, ຫນາວສັ່ນ ມີໄຂ້ ແລະ ວິນຫົວ.
  • ໄລຍະນອນປິ່ນປົວປົວຢູ່ມິດຕະພາບ ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ 2021.
  • ມາຮອດເວລາ 07:10 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

  • ປະຫັວດພະຍາດປະຈໍາຕົວ: ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຊ່ວຍເຫຼືອຕົນເອງບໍ່ໄດ້ຫຼາຍປີແລ້ວ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 27 ຕຸລາ 2021: ໄດ້ເອົາຜູ້ກ່ຽວເຂົ້ານອນຢູ່ສູນຂອງສະໂມສອນແຂວງ  ຍ້ອນວ່າຄອບຄົວຕິດເຊື້ອໝົດທຸກຄົນ ແລະ ບໍ່ມີໃຜເບີ່ງແຍງຜູ້ກ່ຽວ
  • ວັນທີ 30 ຕຸລາ 2021: ໄດ້ເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອ ຊື່ງຄົນເຈັບມີອາການອິດເມື່ອຍ, ໄອ, ຫາຍໃຈຝຶດ, ຫາຍໃຈໄວ ແລະ ເວລາ 10:00 ໂມງ ຂອງມື້ດຽວກັນ ໄດ້ນໍາສົ່ງຄົນເຈັບມາປີ່ນປົວຢູ່ໂຮງໝໍແຂວງ
  • ໄລຍະນອນປິ່ນປົວປົວ ແຕ່ວັນທີ 27 ຕຸລາ 2021 – 07 ພະຈິກ 2021, ເປັນເວລາ 12 ມື້
  • ມາຮອດເວລາ 18:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here