ປະທານສານ ຢືນຢັນຈະເລັ່ງແກ້ໄຂພະນັກງານປະພຶດບໍ່ດີ ເພີ່ມຄວາມເຊື່ອໝັ້ນຕໍ່ສັງຄົມ

0
1951

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ 2021 ນີ້, ເຊິ່ງເປັນມື້ທີ 7 ຂອງການດໍາເນີນກອງປະຊຸມດັ່ງກ່າວ.

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄວາມສົນໃຈຫລາຍບັນຫາ ຕໍ່ບົດລາຍງານຂອງການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ໃນໄລຍະ 1 ປີຜ່ານມາ, ເຊິ່ງປະເດັນສໍາຄັນທີ່ສຸດກໍແມ່ນການແກ້ໄຂບັນຫາ ຈັນຍາບັນ-ຈັນຍາທໍາ ຂອງພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ລວມທັງພະນັກງານສານຈໍານວນໜຶ່ງ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ພາບພົດຂອງສານປະຊາຊົນໃນທາງລົບ ຫລາຍສົມຄວນ.

ຕໍ່ບັນຫານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຍອມຮັບວ່າ: ຄໍາເຫັນທີ່ ສສຊ ຫລາຍເຂດເລືອກຕັ້ງ ໄດ້ຍົກຂຶ້ນມາລ້ວນແຕ່ແມ່ນສະພາບຫຍໍ້ທໍ້ ແລະ ຄົງຄ້າງໃນວຽກງານສານໃນຜ່ານມາ ເຊິ່ງເຫັນວ່າເປັນຄວາມຈິງແທ້.

ແນວໃດກໍຕາມ ຜ່ານມາ, ຄະນະພັກ-ຄະນະນໍາຂອງສານປະຊາຊົນ ກໍໄດ້ຮັບການສະເໜີ ຫລື ຮ້ອງທຸກ ຈາກຄູ່ຄວາມໃນຫລາຍໆຄະດີ ເພື່ອໃຫ້ກວດກາຄືນການຕັດສິນຄະດີ ກໍຄືການປະຕິບັດໜ້າທີ່ຂອງສານ ແລະ ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ຂອງສານປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮັບ ຜິດຊອບ ນັບທັງດ້ານຈັນຍາບັນ-ຈັນຍາທໍາ ແລະ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ.

ຄຽງຄູ່ກັບການເອົາໃຈໃສ່ ຕິດຕາມກວດກາບັນຫາຕ່າງໆ ທີ່ໄດ້ຮັບການສະເໜີມາ ແລະ ມີບາງກໍລະນີ ກໍໄດ້ແກ້ໄຂໄປຕາມຂັ້ນຕອນລະບຽບກົດໝາຍແນວໃດກໍຕາມ, ໃນທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້ານີ້, ສານປະຊາຊົນ ຈະໄດ້ກໍານົດແຜນການ ແກ້ໄຂທີ່ລົງເລິກບັນຫາລະອຽດ ແລະ ຕໍ່ເນື່ອງ, ພ້ອມທັງ ເພີ່ມທະວີການປະສານສົມທົບກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ແລະ ອົງການປົກຄອງ ໃນແຕ່ລະທ້ອງຖິ່ນຊ່ວຍເອົາໃຈໃສ່ຕິດຕາມກວດກາປະຕິບັດໜ້າທີ່ຂອງພະນັກງານ ແລະ ຄັດຈ້ອນເອົາ ກຸ່ມເປົ້າໝາຍທີ່ມີພຶດຕິກໍາບໍ່ດີ ມາກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່ ແລະ ລົງວິໄນ ທີ່ເຂັ້ມງວດກວ່າເກົ່າ ຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ.

ແຫຼ່ງຂ່າວ: ຂປລ, ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ, ຮູບ: ອ່າຍຄໍາ

LEAVE A REPLY

Please enter your comment!
Please enter your name here