ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ ວັນທີ 9 ພະຈິກ 2021

0
3333

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດສະສົມຈາກໂຄວິດ-19 ທັງໝົດ 89 ຄົນ (ໃໝ່ 3)

ເຊິ່ງມີລາຍລະອຽດລຸ່ມນີ້:

ຜູ້ທີ 1: ເພດຍິງ, 52 ປີ, ອາຊີບ: ປະຊາຊົນ, ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ວັນທີ 18 ຕຸລາ 2021: ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດອອກມາແມ່ນພົບເຊື້ອ
  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 18 ຕຸລາ 2021 – 07 ພະຈິກ, ເປັນເວລາ 21 ວັນ
  • ມາຮອດເວລາ 16:00 ໂມງ ຂອງວັນທີ 07 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2:  ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານສາຍລົມ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຫົວໃຈຊຸດໂຊມ
  • ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 04 ພະຈິກ 2021: ແໜ້າໜ້າເອີກ ແລະ ຫາຍໃຈຍາກ ພ້ອມທັງເກັບຕົວຢ່າງ ແລະ ຜົນກວດອອກມາແມ່ນພົບເຊື້ອ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 04 – 08 ພະຈິກ, ເປັນເວລາ 05 ວັນ
  • ເວລາ 19:00 ໂມງ ຂອງວັນທີ 08 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ບົ່ງມະຕິການເສຍຊີວິດ: Covid-19 + Respiratory failure + Cardiogenic Shock

ຜູ້ທີ 3: ເພດຊາຍ, 40 ປີ, ອາຊີບ: ປະຊາຊົນ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ເວລາ 12 ໂມງ 45 ນາທີ ຂອງວັນທີ 06 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ຍ້ອນເມື່ອຍ, ຫາຍ ໃຈຝຶດ ແລະ ແໜ້ນໜ້າເອິກ ພ້ອມເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດອອກມາແມ່ນພົບເຊື້ອ
  • ພະຍາດປະຈໍາຕົວ: ພະຍາດຫືດ, ຄວາມດັນເລືອດສູງ ແລະ ອັກເສບຕັບບີໄດ້ຮັບການສັກຢາວັກຊີນຊີໂນຟາມ ຈໍານວນ 01 ເຂັມ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍ 103 ແຕ່ວັນທີ 06 – 08 ພະຈິກ, ເປັນເວລາ 03 ວັນ
  • ມາຮອດເວລາ 23:00 ໂມງ ຂອງວັນທີ 08 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ບົ່ງມະຕິການເສຍຊີວິດ: Covid-19 + ຊຸດໂຊມລະບົບຫາຍໃຈ ແລະ ອັກເສບຕັບບີ.

-ນະຄອນຫຼວງ 512 ຄົນ: ມາຈາກ 159 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 15 ບ້ານ (57 ຄົນ)
  • ເມືອງສີໂຄດຕະບອງ ມີ 23 ບ້ານ (63 ຄົນ)
  • ເມືອງໄຊເສດຖາ ມີ 31 ບ້ານ (144 ຄົນ)
  • ເມືອງສີສັດຕະນາກມີ 11 ບ້ານ (40 ຄົນ)
  • ເມືອງ ນາຊາຍທອງ ມີ 06 ບ້ານ (9 ຄົນ)
  • ເມືອງໄຊທານີ ມີ 39 ບ້ານ (128 ຄົນ)
  • ເມືອງຫາດຊາຍຟອງ ມີ 22 ບ້ານ (38 ຄົນ)
  • ເມືອງປາກງື່ມ 12 ບ້ານ (40 ຄົນ)
  • ຕ່າງແຂວງ 03 ຄົນ ຈາກໂຮງໝໍເສດຖາທິລາດ

-ຫຼວງພະບາງ, ມີ 137 ຄົນ ໃນ 29 ບ້ານ  ແລະ 6 ເມືອງ

-ແຂວງວຽງຈັນ ມີ 86 ຄົນ ໃນ 31 ບ້ານ  ແລະ 9 ເມືອງ

-ບໍ່ແກ້ວ ມີ 81 ຄົນ  ໃນ 3 ເມືອງ

-ຈຳປາສັກ ມີ 44 ຄົນ ໃນ 15 ບ້ານ  ແລະ 3

-ເມືອງຫຼວງນ້ຳທາ ມີ 44 ຄົນ ໃນ 23 ບ້ານ  ແລະ 2 ເມືອງ

-ຜົ້ງສາລີ ມີ 31 ຄົນ ໃນ 9 ບ້ານ ແລະ 2 ເມືອງ

-ບໍລິຄຳໄຊ ມີ 25 ຄົນ ໃນ 6 ບ້ານ  ແລະ 1 ເມືອງ

-ສະຫວັນນະເຂດ ມີ 19 ຄົນ ໃນ 11 ບ້ານ  ແລະ 2 ເມືອງ

-ເຊກອງ ມີ 21 ຄົນ ໃນ 5 ບ້ານ  ແລະ 2 ເມືອງ

-ຄຳມ່ວນ ມີ 16 ຄົນ ໃນ 5 ບ້ານ  ແລະ 1 ເມືອງ

-ອຸດົມໄຊ ມີ 14 ຄົນ  ໃນ 10 ບ້ານ  ແລະ 3 ເມືອງ

-ໄຊຍະບູລີ ມີ 12 ຄົນ ໃນ 5 ບ້ານ  ແລະ 1 ເມືອງ

-ໄຊສົມບູນ ມີ 3 ຄົນ ໃນ 1 ບ້ານ  ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 04 ຄົນ ຈາກ ແຂວງສະຫວັນນະເຂດ 2 ຄົນ ແລະ ຈໍາປາສັກ 2 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 48.892 ຄົນ, ເສຍຊີວິດສະສົມ 89 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 469 ຄົນ, ກໍາລັງປິ່ນປົວ 9,348 ຄົນ.

LEAVE A REPLY

Please enter your comment!
Please enter your name here