ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023)

0
1466

ໃນວັນທີ 05 ພະຈິກ 2021 ແຂວງຄຳມ່ວນ ໄດ້ຈັດ ກອງປະຊຸມເຊື່ອມຊຶມເອກະສານການຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ຢູ່ທີ່ສະໂມ ສອນໃຫຍ່ຂອງແຂວງຄຳມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປ.ກ.ສ, ມີຄະນະພັກ-ຄະນະບັນຊາ ປ.ກ.ຊ-ປ.ກ.ສ, ອົງການປົກຄອງແຂວງ, ບັນດາເມືອງ ແລະ ພະແນກການ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຄຳມ່ວນຍັງໄດ້ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະ ນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ); ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດເລກທີ 02/ສພຊ, ລົງວັນທີ9ສິງຫາ 2021; ຄຳສັ່ງເລກທີ19/ນຍລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແຂ້ໄຂບັນຫາຢາເສບຕິດ ( 2021-2023 ).

ຈາກນັ້ນທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກໍ່ໄດ້ຜ່ານແຜນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໂດຍມີຈຸດປະສົງເພື່ອຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະແລະຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກໍາລັງປ້ອງກັນຄວາມສະຫງົບໃນການປະຕິບັດຕົວຈິງ; ເພື່ອເຮັດໃຫ້ຄະນະພັກ – ຄະນະບັນຊາແຕ່ລະຂັ້ນກໍາແໜ້ນເນື້ອໃນສໍາຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດດໍາເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ; ເພື່ອແກ້ໄຂສາເຫດແລະເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດໃຫ້ຖືກກັບສະພາບຈຸດພິເສດຂອງແຕ່ລະກົມກອງ, ຂະແໜງການແລະທ້ອງຖິ່ນແຕ່ລະຂັ້ນ, ເສີມຂະຫຍາຍຜົນງານ, ຜົນສໍາເລັດທີ່ຍາດມາໄດ້, ພ້ອມກັນນັ້ນກໍ່ປັບປຸງແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະທີ່ຜ່ານມາ.

ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ປະກອບມີ3ພາກຄື: ພາກທີ1ແມ່ນສະພາບລວມແລະຄວາມຈໍາເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດຢູ່ລາວ; ພາກທີ2ແມ່ນເນື້ອໃນມາດຕະ ການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ພາກທີ 03 ແມ່ນແບ່ງຄວາມຮັບຜິດຊອບແລະພາກທີ4 ແມ່ນວິທີການຈັດຕັ້ງປະຕິບັດວິທີຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ແບ່ງອອກເປັນ 03 ໄລຍະຄື:

ໄລຍະທີ 01 ເລີ່ມແຕ່ເດືອນກັນຍາ – ທັນວາ 2021 ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊຶມເອກະສານເຊັ່ນ:

ຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດເລກທີ 04/ສພຊ, ລົງວັນທີ10ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023); ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ຢາເສບຕິດເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021 ໄລຍະທີ 2 ແຕ່ເດືອນມັງກອນ 2022 – ເມສາ 2023 ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ, ຈັດຕັ້ງປະຕິບັດແຜນການແລະແກ້ໄຂບັນຫາຢາເສບຕິດຕາມ 6 ແຜນວຽກຈຸດສຸມທີ່ໄດ້ກໍານົດໃນວາລະແຫ່ງຊາດສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍແລະຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດກັ້ນແລະຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາບ້ານເປົ້າໝາຍທີ່ກໍານົດໄວ້ໃຫ້ໄດ້ 80% ຂຶ້ນໄປ ຂອງຈໍານວນບ້ານເປົ້າໝາຍທັງໝົດ.

ໄລຍະທີ 3 ແຕ່ເດືອນກັນຍາຫາເດືອນທັນວາ 2023 ( ໄລຍະສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ) ມອບໃຫ້ຄະນະພັກ-ການນໍາຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງແລະອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງການສະຫຼຸບ, ປະເມີນຜົນ, ຕີລາຄາຄືນການຈັດຕັ້ງປະຕິບັດ, ຖອນຖອນບົດຮຽນຂອງວາລະແຫ່ງຊາດແລະຈັດຕັ້ງການຍ້ອງຍໍຊົມເຊີຍຕໍ່ກົມກອງແລະບຸກຄົນຜູ້ທີ່ມີຜົນງານດີເດັ່ນໃຫ້ສໍາເລັດພາຍໃນເດືອນທັນວາ 2023.

ໂອກາດດັ່ງກ່າວ ຄະນະປະທານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກໍ່ຄືຄະນະຮັບຜິດຊອບຕ້ອງກໍາແໜ້ນບັນດາມະຕິ,ຄຳສັ່ງຂອງຂັ້ນເທິງເພື່ອນຳໄປຈັດຕັ້ງຜັນຄະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີປະ ສິດທິຜົນແລະມີຜົນສໍາເລັດຕາມລະດັບຄາດໝາຍ.

ຂໍ້ມູນ: Khammouane News

LEAVE A REPLY

Please enter your comment!
Please enter your name here