ບໍ່ລອດ! ກັກຕົວເປົ້າໝາຍລັກເຫຼັກໄດ້ ລວມ 100 ກ່ວາໂລ

0
2209

ຈຸດປ້ອງກັນທາງລົດໄຟຫ້ວຍນໍ້າເຢັນກັກຕົວເປົ້າໝາຍລັກເຫຼັກນໍ້າໜັກລວມ 100 ກວ່າກິໂລກຣາມ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 09 ພະຈິກ 2021, ເຈົ້າໜ້າທີ່ຕຳຫຼວດປ້ອງກັນເສັ້ນທາງລົດໄຟລາວ-ຈີນ ປະຈຳຈຸດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັບຕົວຜູ້ກໍ່ເຫດລັກຊັບ (ແຜ່ນເຫຼັກ) ໄດ້ 2 ຄົນ ພ້ອມຂອງກາງ ເຫຼັກແຜ່ນໂຕນທີ່ໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຂະໜາດກວ້າງ 1 ແມັດ, ຍາວ 1.20 ແມັດ ໜັກ 100 ກິໂລກຣາມ ມູນຄ່າ 1.900.000 ກີບ; ຫຼັງຈາກນັ້ນຈື່ງໄດ້ສົ່ງຕົວພວກກ່ຽວໃຫ້ ພະແນກຕໍາຫຼວດສືບສວນ-ສອບສວນຄະດີອາຍາ ປກສ ເມືອງນາຊາຍທອງ ນວ.

ຜ່ານການສອບສວນຂອງເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງນາຊາຍທອງເບື້ອງຕົ້ນໃຫ້ຮູ້ວ່າ: ພວກກ່ຽວທັງ 2 ຄົນຊື່ທ້າວ ວັນສີ ອາຍຸ 34 ປີ ແລະ ທ້າວ ເຕດ ອາຍຸ 26 ປີ ກຳມະກອນ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ນວ ແລະ ພວກກ່ຽວໄດ້ຮັບສາລະພາບວ່າ: ໃນເວລາ 17:00 ໂມງ ຂອງວັນທີ 9 ພະຈິກ 2021 ໄດ້ຊວນກັນອອກໄປລັກເອົາເຫຼັກຢູ່ເຂດການກໍ່ສ້າງເສັນທາງລົດໄຟລາວ-ຈີນ ເຂດບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ເມື່ອໄປຮອດຈຸດດັ່ງກ່າວ ໄດ້ພ້ອມກັນລົງມືລັກເອົາເຫຼັກເເຜ່ນໂຕນຈຳນວນ 1 ແມັດ ແລະ ໃນຂະນະທີ່ກຳລັງເຄື່ອນຍ້າຍອອກມາຈາກຈຸດດັ່ງກ່າວ ຈື່ງຖືກເຈົ້າໜ້າທີ່ປ້ອງກັນເສັ້ນທາງລົດໄຟລາວ-ຈີນຈັບຕົວໄດ້ກ່ອນ. ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ ພະແນກຕຳຫຼວດ ປກສ ເມືອງນາຊາຍທອງ ນວ ກຳລັງເລັ່ງສະຫຼຸບສຳນວນຄະດີເພື່ອສົ່ງໃຫ້ໄອຍະການສົົ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນ ຊາວນະຄອນຫຼວງວຽງຈັນ ຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ປະຕິບັດພັນທະໃນການຮັກສາຄວາມສະຫງົບໃນສັງຄົມ ແລະ ປະຕິບັດຕາມລະບຽບກົດໝາຍ ຖ້າຫາກພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດ ໝາຍອັນນໍາໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານມາຊ່ອງທາງວອດແອັບເບີ 020 28899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here