ອະນຸຍາດໃຫ້ຜູ້ຕິດເຊື້ອໂຄວິດ-19 ຕາມເງື່ອນໄຂ ປິ່ນປົວຢູ່ເຮືອນແລ້ວ

0
9989

ສຶກສາໃຫ້ລະອຽດ! ກະຊວງສາທາລະນະສຸກອະນຸຍາດໃຫ້ຜູ້ປ່ວຍໂຄວິດ-19 ທີ່ມີອາການເບົາບາງ ແລະ ບໍ່ມີອາການ ສາມາດປິ່ນປົວເອງຢູ່ບ້ານໄດ້ແລ້ວ ແຕ່ຕ້ອງແມ່ນຜູ້ທີ່ມີເງື່ອນໄຂຂໍ້ທີ່ກຳນົດໄວ້ຕໍ່ໄປນີ້:

ສຳລັບຄົນຕິດເຊື້ອໂຄວິດແບບໃດຈຶ່ງຖືກກັບເງື່ອນໄຂທີ່ຈະຕິດຕາມຢູ່ເຮືອນ:

  • ລະດັບອົກຊີແຊນໃນເລືອດສູງກວ່າ ຫຼື ເທົ່າກັບ 95% (ຖ້າມີເຄື່ອງວັດແທກອົກຊີແຊນຢູ່ໃນເລືອດ ).
  • ອັດຕາການຫາຍໃຈຕ່ຳກວ່າ 25 ເທື່ອ/ນາທີ.
  • ຫາຍໃຈສະດວກ
  • ໄດ້ຮັບການສັກວັກຊີນຄົບທຸກເຂັມທີ່ແນະນຳ
  • ມີອາການເບົາບາງເຊັ່ນ ເຈັບຄໍ, ນ້ຳມູກຍ້ອຍ,​ ຕັນດັງ.
  • ອາຍຸບໍ່ເກີນ 60 ປີ ແລະ ບໍ່ມີພະຍາດປະຈຳໂຕເຊັ່ນ: ພະຍາດຫຼອດເລືອດຫົວໃຈ, ພະຍາດເບົາຫວານ, ພະຍາດປອດຊຳເຮື້ອ, ມະເຮັງ, ພະຍາດຫຼອດເລືອດໃນສະໝອງ, ພະຍາດໄຂ່ຫຼັງ ແລະ ພະຍາດອື່ນໆ.
  • ບໍ່ຖືພາ
  • ຖ້າຄົນເຈັບມີອາການບໍ່ດີຂື້ນ ໃຫ້ໂທຫາສາຍດ່ວນ 164

ສຳລັບການແຍກດ່ຽວຢູ່ເຮືອນທີ່ປອດໄພ: ມີສະມາຊິກໃນຄອບຄົວຜູ່ທີ່ມີສຸຂະພາບແຂງແຮງ (ບໍ່ມີພະຍາດປະຈຳຕົວ)ໃຫ້ການດູແລເບິ່ງແຍງ. ຜູ່ຕິດເຊື້ອຕ້ອງແຍກດ່ຽວອອກຈາກສະມາຊິກຄອບຄົວ (ໂດຍມີສະຖານທີ່ແຍກປ່ຽວຕົນເອງເປັນເວລາ 14 ມື້). (ລາຍລະອຽດໃຫ້ເບີ່ງຂໍ້ 4.3 ຂ້າງລຸ່ມ)

-ຈະຕິດຕາມສຸຂະພາບຜູ່ຕິດເຊື້ອ COVID-19 ໄດ້ຄືແນວໃດ? ພະຍາດ COVID-19 ຍັງບໍ່ມີຢາປິ່ນປົວສະເພາະ, ມີແຕ່ວິທີການຮັກສາສຸຂະພາບທົ່ວໄປເຊັ່ນ: ດື່ມນໍ້າໃຫ້ພຽງພໍຢ່າງໜ້ອຍ 2 ລິດຕໍ່ມື້ ແລະ ກິນອາຫານໃຫ້ພຽງພໍຖືກຕາມຫຼັກໂພຊະນາການ, ໃຫ້ຢາລົດໄຂ້ຖ້າມີອາການໄຂ້ສູງ ແລະ ອື່ນໆ.

-ກະກຽມຢາພື້ນຖານທີ່ຈໍາເປັນເຊັ່ນ: Paracetamol, Berberine, ORS, Multivitamine, ແຕ່ບໍ່ແນະນຳໃຫ້ຢາຕ້ານເຊື້ອ ແລະ ຢາ Steroid ເພື່ອປິ່ນປົວພະຍາດ COVID-19 ທີ່ບໍມີອາການ ແລະ ອາການເບົາບາງ.

-ຖ້າຜູ່ຕິດເຊື້ອເລີ່ມມີອາການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ່ຕິດເຊື້ອ ຫລື ສະມາຊິກໃນຄອບຄົວເຫັນວ່າຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ: ໂທຫາສາຍດ່ວນ 164.

ສຳລັບສະຖານທີ່ຕິດຕາມສຸຂະພາບຕົນເອງ ແລະ ຂອບເຂດທີ່ໃຊ້ຮ່ວມກັນຢູ່ເຮືອນ

  • ແຍກຜູ່ຕິດເຊື້ອອອກຈາກທຸກຄົນທີ່ຢູ່ໃນເຮືອນ.
  • ແຍກຜູ່ຕິດເຊື້ອອອກຈາກສະມາຊິກໃນຄອບຄົວໂດຍສະເພາະຜູ່ທີ່ມີຄວາມສ່ຽງສູງ ເຊັ່ນ: ອາຍຸສູງກວ່າ 60 ປີ, ແມ່ຍິງຖືພາ, ຜູ່ທີ່ເປັນພະຍາດຫົວໃຈ, ປອດ, ໄຂ່ຫຼັງ ຫຼື ຕັບ, ພະຍາດເບົາຫວານ ແລະ ມະເຮັງ.
  • ຜູ່ຕິດເຊື້ອຄວນຢູ່ຕາມລຳພັງໃນຫ້ອງທີ່ມີລົມລ່ວງດີ, ໄຂປ່ອງຢ້ຽມ ແລະ ປະຕູ ເພື່ອໃຫ້ອາກາດມີການຖ່າຍເທໃນຫ້ອງຜູ່ຕິດເຊື້ອ.ການໃຊ້ຫ້ອງນ້ຳຄວນແຍກຕ່າງຫາກ, ຖ້າຫາກວ່າບໍສາມາດແຍກໄດ້ ແມ່ນໃຫ້ໃຊ້ຢາຂ້າເຊື້ອສີດພົ່ນຫຼັງຈາກການນຳໃຊ້ທຸກຄັ້ງ.
  • ທຸກໆສະຖານທີ່ ທີ່ໃຊ້ຮ່ວມກັນຄວນເປັນບ່ອນທີ່ມີອາກາດລ່ວງດີ ແລະ ຕ້ອງອະນາໄມຂ້າເຊື້ອເປັນປະຈຳ.ຖ້າຢູ່ໃນເຮືອນມີຜູ່ຕິດເຊື້ອພະຍາດ COVID-19 ຫຼາຍກ່ວາ 1 ຄົນ, ຜູ່ຕິດເຊື້ອທຸກຄົນຄວນຈະຢູ່ເຮືອນ ຫຼັງດຽວກັນ (ຕ້ອງແຈ້ງອຳນາດການປົກຄອງໃຫ້ຮັບຮູ້ຢ່າງຮີບດ່ວນ).
  • ຜູ່ດູແລເບີ່ງແຍງຜູ່ຕິດເຊື້ອ ຫຼີກລ່ຽງການເຂົ້າໄປຢູ່ໃນຫ້ອງດຽວກັນກັບຜູ່ຕິດເຊື້ອ
  • ຈໍາກັດຈໍານວນຄົນທີ່ມີການສຳຜັດຕິດຕໍ່ພົວພັນກັບຜູ່ຕິດເຊື້ອ,  ຄວນມີຜູ່ດູແລເບິ່ງແຍງພຽງຄົນດຽວເທົ່ານັ້ນ.ຕ້ອງເປັນຄົນມີສຸຂະພາບແຂງແຮງ ບໍມີພະຍາດປະຈຳຕົວ
  • ຕ້ອງໃສ່ຜ້າອັດປາກ-ດັງ ທຸກຄັ້ງທີ່ຢູ່ໃກ້ກັບຜູ່ຕິດເຊື້ອ ແລະ ຖອດຜ້າອັດປາກ-ດັງ ອອກທັນທີພາຍຫຼັງສຳເລັດການດູແລ.ຕ້ອງລ້າງມືດ້ວຍນ້ຳໃສ່ສະບູ ຫລື ເຫຼົ້າ 70-90 ເລື້ອຍໆ;ຄວນຫລີກລ່ຽງການຕິດຕໍ່ພົວພັນທາງຮ່າງກາຍກັບຜູ່ຕິດເຊື້ອ (ເຊັ່ນ: ກອດ, ຈັບມື ແລະ ອື່ນໆ)
  • ບໍ່ອະນຸຍາດໃຫ້ຄົນທາງນອກມາຢ້ຽມຢາມເຮືອນ.

ສຳລັບອຸປະກອນປ້ອງກັນຕົນເອງ ແລະ ການອະນາໄມ

  • ຜູ່ຕິດເຊື້ອຕ້ອງໃສ່ຜ້າອັດປາກ-ດັງ ຕະຫຼອດເວລາທີ່ຢູ່ນອກຫ້ອງຂອງຕົນເອງ.
  • ບໍ່ຄວນໃຊ້ມືຈັບບາຍຜ້າອັດປາກ-ດັງໃນຂະນະທີ່ໃສ່ ແລະ ຫຼັງຈາກຖອດແລ້ວບໍ່ຄວນນຳມາໃຊ້ຊ້ຳຄືນອີກ.
  • ທຸກໆຄົນໃນເຮືອນຕ້ອງລ້າງມືໃສ່ສະບູ ຫລື ເຫຼົ້າ 70-90, ໂດຍສະເພາະ ກ່ອນການກຽມອາຫານ, ກ່ອນກິນເຂົ້າ, ຫຼັງຈາກໄປຫ້ອງນ້ຳ, ຫຼັງຈາກໄອ ຫຼື ຈາມ.

ສຳລັບກິດຈະກຳປະຈຳວັນ:

  • ໃຫ້ຜູ່ຕິດເຊື້ອແຍກເຄື່ອງໃຊ້ປະຈຳວັນອອກຈາກຄົນອື່ນໃນຄອບຄົວ ເຊັ່ນ: ຈອກ, ຖ້ວຍຈານ ແລະ ບ່ວງສ້ອມ/ໄມ້ຖູ່. ໃຫ້ລ້າງດ້ວຍນ້ຳຢາ ຫຼັງຈາກທີ່ໃຊ້ແລ້ວ.
  • ແຍກຊັກຕ່າງຫາກສຳລັບຜ້າປູຕຽງ, ຜ້າເຊັດໂຕ, ເຄື່ອງນຸ່ງຫົ່ມ…. ຫ້າມຜູ່ຕິດເຊື້ອອອກຈາກເຮືອນ ແລະ ຜູ່ດູແລເບິ່ງແຍງຜູ້ຕິດເຊື້ອ ກໍ່ຄວນຫລີກລ່ຽງການສຳຜັດໄກ້ຊິດກັບຄົນອື່ນໆ ຢູ່ໃນຊຸມຊົນ.
  • ໃນກໍລະນີທີ່ເຂົາເຈົ້າຈຳເປັນຕ້ອງອອກໄປນອກເຮືອນເຊັ່ນ: ການໄປຊື້ເຄື່ອງໃຊ້, ຄວນໃຫ້ ສະມາຊິກໃນຄອບຄົວຄົນອື່ນໄປຊື້ໃຫ້.

ສຳລັບການຕິດຕາມສຸຂະພາບ: ຜູ່ດູແລເບິ່ງແຍງຜູ່ຕິດເຊື້ອ ຄວນຕິດຕາມສຸຂະພາບຂອງຜູ່ຕິດເຊື້ອເປັນປະຈຳ, ຖ້າຜູ່ຕິດເຊື້ອມີບັນຫາໃນການຫາຍໃຈຍາກ ຫຼື ອາການອື່ນໆ ທີ່ຜູ່ຕິດເຊື້ອ ຫລື ສະມາຊິກໃນຄອບຄົວເຫັນວ່າ ຕ້ອງໄດ້ຮັບການຕິດຕາມປິ່ນປົວຈາກແພດໝໍ: ໃຫ້ໂທຫາສາຍດ່ວນ 164.

ສຳລັບໄລຍະເວລາໃນການແຍກດ່ຽວຢູ່ເຮືອນ:

  • ຕ້ອງແຍກດ່ຽວຕົນເອງຢ່າງໜ້ອຍ 14 ວັນ ນັບແຕ່ມື້ທີ່ຮູ້ຜົນກວດຊອກຫາເຊື້ອເປັນບວກ
  • ຖ້າມີອາການເບົາບາງ ແມ່ນໃຫ້ຈຳກັດຕົນເອງຕື່ມອີກ 3 ວັນ
  • ຫຼັງຈາກຄົບກຳນົດການແຍກດ່ຽວແລ້ວ ແມ່ນສາມາດດຳລົງຊີວິດປົກະຕິແບບໃໝ່
ສຳລັບແມ່ທີ່ລ້ຽງລູກດ້ວຍນົມ ແລະ ລູກນ້ອຍ
  • ເດັກນ້ອຍເກີດໃໝ່ຈາກແມ່ທີ່ຕິດເຊື້ອພະຍາດ COVID-19 ຄວນປະຕິບັດຕາມຄຳແນະນຳ ກ່ຽວກັບການໃຫ້ນົມລູກທີ່ເປັນມາດຕະຖານຂອງ ສປປ ລາວ. ເຊິ່ງໝາຍຄວາມວ່າແມ່ຄວນໃຫ້ນົມລູກພາຍໃນ 1 ຊົ່ວໂມງຫຼັງເກີດ ແລະ ການລ້ຽງລູກດ້ວຍນົມແມ່ຄວນສືບຕໍ່ເປັນເວລາ 6 ເດືອນ.
  • ຖ້າຫາກແມ່ທີ່ຕິດເຊື້ອພະຍາດ COVID-19, ແມ່ຄວນໃສ່ຜ້າອັດປາກດັງ ໃນເວລາໃຫ້ນົມລູກ. ລ້າງມືກ່ອນ ແລະ ຫຼັງຈາກສຳພັດກັບເດັກ, ອະນາໄມຂ້າເຊື້ອຢ່າງເປັນປົກກະຕິ.
  • ແມ່ ແລະ ເດັກເກີດໃໝ່ ຄວນໄດ້ຮັບການແນະນຳໃຫ້ສຳຜັດກັບຜິວໜັງລະຫວ່າງແມ່ກັບລູກ ແລະ ຄວນສືບຕໍ່ເຮັດແບບນີ້ເລື້ອຍໆທັງກາງເວັນ ແລະ ກາງຄືນ, ໂດຍສະເພາະຫຼັງຈາກເກີດໃນໄລຍະທີ່ລ້ຽງລູກດ້ວຍນົມແມ່.
ສຳລັບການອະນາໄມ ແລະ ຂ້າເຊື້ອຢູ່ເຮືອນ ຕ້ອງອະນາໄມຫ້ອງທຸກວັນ:
  • ອະນາໄມດ້ວຍນ້ຳສະບູຝຸ່ນ (ແຟັບ) ແລະ ຂ້າເຊື້ອດ້ວຍນ້ຳຢາຂ້າເຊື້ອ ທີ່ມີຄວາມເຂັ້ມຂຸ້ນ 0.1% ຫຼື ນ້ຳຢາຊັກຜ້າຂາວຕາມອັດຕາສ່ວນທີ່ກຳນົດໄວ້ໃນຜະລິດຕະພັນ.
  • ສຳລັບພື້ນທີ່ຄັບແຄບ ຫຼື ມູມຫ້ອງ ໃຫ້ໃຊ້ເຫຼົ້າ 70-90  ຫຼື ນ້ຳຢາຂ້າເຊື້ອ,
  • ບໍ່ຄວນນຳໃຊ້ບັ້ງສີດ ທີ່ມີຄວາມດັນສູງ ສີດໃສ່ພື້ນໂດຍກົງເພື່ອຫຼີກລ່ຽງການກະຈາຍຂອງເຊື້ອພະຍາດ ແຕ່ລຸ່ມຂຶ້ນເທິງ,
  • ອະນາໄມ ແລະ ຂ້າເຊື້ອ ວັດຖຸສິ່ງຂອງ ຫຼື ບ່ອນທີ່ມີການສຳຜັດເລື້ອຍໆເຊັ່ນ: ບ່ອນຮັບຕ້ອນ, ໂຕະ, ຕັ່ງ, ປຸ່ມກົດລິບ, ລູກບິດປະຕູ, ມືຈັບປະຕູ, ຫ້ອງນ້ຳ ແລະ ອື່ນໆ…
  • ຫຸ້ມຫໍ່ຣີໂມດທຸກປະເພດເຊັ່ນ: ຣີໂມດໂທລະພາບ, ແອ…ດ້ວຍພຣາດສະຕິກ ທີ່ງ່າຍໃນການເຊັດຂ້າເຊື້ອ;
  • ຜ້າຕ່າງໆ ທີ່ໃຊ້ໃນຫ້ອງນອນ ຕ້ອງຊັກດ້ວຍສະບູຝຸ່ນ ແລະ ນ້ຳຮ້ອນ 100 ອົງສາເຊ ຂຶ້ນໄປ,  ເມື່ອໃຊ້ນ້ຳເຢັນຊັກ ຕ້ອງໃຊ້ນ້ຳຢາຊັກຜ້າຂາວ ທີ່ໄດ້ເຈືອຈາງກັບນ້ຳສະອາດ (ກໍລະນີອະນາໄມຂ້າເຊື້ອທົ່ວໄປ),
  • ຜູ່ອະນາໄມ ຕ້ອງໃສ່ຜ້າອັດປາກ-ດັງ, ແວ່ນປ້ອງກັນຕາ, ຖົງມື, ຜ້າກັນເປື້ອນ, ໝວກ, ເກີບໂບກ ໃນເວລາເຮັດ ອະນາໄມທຸກຄັ້ງ.
ການຈັດການຂີ້ເຫຍື້ອ ແລະ ສິ່ງເສດເຫຼືອໃນຄົວເຮືອນ
  • ຂີ້ເຫຍື້ອທຸກຊະນິດ ໃຫ້ຖີ້ມໃສ່ຖົງຢາງສອງຊັ້ນ ແລ້ວພົ່ນດ້ວຍນ້ຳຢາຂ້າເຊື້ອ ທີ່ມີຄວາມເຂັ້ມຂຸ້ນ 0.5 – 1% ກ່ອນ ຈິ່ງມັດປາກຖົງຢາງໃຫ້ແໜ້ນ.ສານຂັບລັ່ງ ແລະ ສີ່ງປົນເປື້ອນອອກຈາກຮ່າງກາຍຂອງຜູ່ຕິດເຊື້ອເຊັ່ນ: ຂີ້ກະເທິ່, ນ້ຳມູກ, ນ້ຳລາຍ, ຮາກ, ເລືອດ, ອາຈົມ, ນ້ຳປັດສະວະ ແລະ ເຍື່ອເມືອກຕ່າງໆ ຕ້ອງໃສ່ຖົງຢາງ 2 ຊັ້ນ ມັດປາກຖົງໃຫ້ແໜ້ນ ແລ້ວພົ່ນຂ້າເຊື້ອ ດ້ວຍນ້ຳຢາຄຼໍລີນທີ່ມີຄວາມເຂັ້ມຂຸ້ນ 0.5 – 1% ຫຼື ເຫຼົ້າ 70% ປະໄວ້ 30 ນາທີ ຈິ່ງນຳໄປຖີ້ມໃສ່ຖັງຂີ້ເຫຍື້ອຕິດເຊື້ອ ທີ່ມີຝາປິດ ກ່ອນນຳໄປຈຸດທ້ອນໂຮມຂີ້ເຫຍື້ອ.
  • ການເກັບລວບລວມ:  ເພື່ອຮັບປະກັນບໍ່ໃຫ້ມີສັດມາລົບກວນ ແລະ ສະດວກ ໃນການເຄື່ອນຍ້າຍ ຂີ້ເຫຍື້ອແຕ່ລະຈຸດ ຕ້ອງໃຫ້ຕິດສະຫຼາກ ກຳກັບວ່າຂີ້ເຫຍື້ອອັນຕະລາຍ, ໃສ່ຂີ້ເຫຍື້ອບໍ່ໃຫ້ເກີນ 3/4 ຂອງຖົງ ແລະ ມັດປາກຖົງໃຫ້ແໜ້ນ ແລ້ວນໍາໄປລວບລວມຢູ່ຈຸດທ້ອນໂຮມ ພາຍໃນ 24 ຊົ່ວໂມງ.
  • ການທ້ອນໂຮມ: ຕ້ອງກໍານົດສະຖານທີ່ທ້ອນໂຮມຂີ້ເຫຍື້ອສະເພາະ ບໍ່ໃຫ້ປົນກັບຂີ້ເຫຍື້ອທົ່ວໄປເດັດຂາດ, ສຳລັບ ຖັງຂີ້ເຫຍື້ອຢູ່ຈຸດທ້ອນໂຮມ ຕ້ອງມີລໍ້ຍູ້, ມີຝາປິດ.
  • ຕ້ອງລ້າງມືທຸກໆຄັ້ງ ຫຼັງຈາກຈັບ ຫຼື ສຳພັດຖົງຂີ້ເຫຍື້ອ

LEAVE A REPLY

Please enter your comment!
Please enter your name here